ການປ່ອຍ (Release) Weblate¶
ຮອບວຽນການປ່ອຍ¶
ຮອບວຽນການປ່ອຍ ແລະ ການສະໜັບສະໜູນຂອງ Weblate ໄດ້ຖືກບັນທຶກໄວ້ໃນ ຮອບວຽນການປ່ອຍ.
ການວາງແຜນການປ່ອຍ¶
ຟີເຈີສຳລັບການປ່ອຍທີ່ໃກ້ຈະມາເຖິງຈະຖືກເກັບກຳໂດຍໃຊ້ GitHub milestones, ທ່ານສາມາດເບິ່ງ Roadmap ຂອງພວກເຮົາໄດ້ທີ່ <https://github.com/WeblateOrg/weblate/milestones>.
ຂະບວນການປ່ອຍ¶
ສິ່ງທີ່ຄວນກວດສອບກ່ອນການປ່ອຍ:
ກວດສອບພາສາທີ່ແປໃໝ່ໂດຍ ./scripts/list-translated-languages.py.
ກຳນົດເວີຊັນສຸດທ້າຍໂດຍ ./scripts/prepare-release.
ໃຫ້ແນ່ໃຈວ່າພາບໜ້າຈໍເປັນປັດຈຸບັນ make -j 12 -C docs update-screenshots.
ລວມ (Merge) ການແປທີ່ອາດຈະຄ້າງຢູ່ wlc push; git remote update; git merge origin/weblate
ເມື່ອສ້າງແພັກເກດການແຈກຢາຍໃນເຄື່ອງຂອງທ່ານ, ໃຫ້ເລີ່ມຈາກການ checkout ທີ່ສະອາດ ຫຼື ລຶບ Artifacts ການຫຸ້ມຫໍ່ທີ່ຖືກລະເລີຍອອກ ເຊັ່ນ build/, dist/, weblate.egg-info/, ແລະ ໄຟລ໌ weblate/locale/**/*.mo ທີ່ຖືກສ້າງຂຶ້ນ.
ດຳເນີນການປ່ອຍ:
ສ້າງການປ່ອຍ ./scripts/create-release --tag (ເບິ່ງຂ້າງລຸ່ມນີ້ສຳລັບຄວາມຕ້ອງການ).
ຂັ້ນຕອນດ້ວຍຕົນເອງຫຼັງການປ່ອຍ:
ປິດ GitHub milestone.
ເມື່ອ Docker image ຖືກທົດສອບແລ້ວ, ໃຫ້ເພີ່ມ Tag ແລະ Push ມັນ.
ລວມເວີຊັນໃໝ່ໃນ
.github/workflows/migrations.ymlເພື່ອໃຫ້ມັນຖືກລວມຢູ່ໃນການທົດສອບ Migration.ເພີ່ມເວີຊັນໃນ Repository ໂດຍ ./scripts/set-version.py.
ກວດສອບວ່າ readthedocs.org ໄດ້ສ້າງເອກະສານທຸກພາສາໂດຍໃຊ້ ./scripts/rtd-projects.py.
ເພື່ອສ້າງ Tags ໂດຍໃຊ້ສະຄຣິບ ./scripts/create-release, ທ່ານຈະຕ້ອງການສິ່ງຕໍ່ໄປນີ້:
ສິດໃນການ Push ໄປຍັງ Weblate git repositories (ມັນຈະ Push Tags)