ການກວດສອບຂໍ້ຄວາມ

ລາຍງານກິດຈະກຳ

ລາຍງານກິດຈະກຳກວດສອບການປ່ຽນແປງຂອງການແປ, ສຳລັບໂຄງການ, ອົງປະກອບ ຫຼື ຜູ້ໃຊ້ແຕ່ລະຄົນ.

ລາຍງານກິດຈະກຳສຳລັບໂຄງການ ຫຼື ອົງປະກອບສາມາດເຂົ້າເຖິງໄດ້ຈາກ Dashboard ຂອງມັນ, ໃນແຖບ Info.

../_images/activity.webp

ລາຍງານເພີ່ມເຕີມສາມາດເຂົ້າເຖິງໄດ້ໃນແຖບ Insights, ເລືອກ Translation reports.

ກິດຈະກຳຂອງຜູ້ໃຊ້ທີ່ກຳລັງເຂົ້າສູ່ລະບົບສາມາດເບິ່ງໄດ້ໂດຍການຄລິກໃສ່ຊື່ຜູ້ໃຊ້ຈາກເມນູຜູ້ໃຊ້ທາງດ້ານຂວາເທິງ.

ການກວດສອບຂໍ້ຄວາມຕົ້ນສະບັບ

ມີ ການກວດສອບຄຸນນະພາບ ຫຼາຍຢ່າງ, ບາງອັນເນັ້ນໃສ່ການປັບປຸງຄຸນນະພາບຂອງຂໍ້ຄວາມຕົ້ນສະບັບ. ການກວດສອບຫຼາຍອັນທີ່ບໍ່ຜ່ານຈະແນະນຳຂໍ້ຄິດເຫັນເພື່ອເຮັດໃຫ້ຂໍ້ຄວາມຕົ້ນສະບັບແປງ່າຍຂຶ້ນ. ການກວດສອບຕົ້ນສະບັບທຸກປະເພດທີ່ບໍ່ຜ່ານຈະຖືກສະແດງໃນພາສາຕົ້ນສະບັບຂອງທຸກອົງປະກອບ.

ການກວດສອບຂໍ້ຄວາມການແປ

ການກວດສອບຂໍ້ຄວາມການແປທີ່ຜິດພາດຊີ້ບອກວ່າບັນຫາຢູ່ທີ່ຂໍ້ຄວາມຕົ້ນສະບັບ. ນັກແປບາງຄັ້ງແກ້ໄຂຂໍ້ຜິດພາດໃນການແປແທນທີ່ຈະລາຍງານມັນ - ຕົວຢ່າງທົ່ວໄປຄືຈຸດ Full stop ທີ່ຫາຍໄປໃນຕອນທ້າຍຂອງປະໂຫຍກ.

ການກວດສອບການກວດສອບທັງໝົດທີ່ບໍ່ຜ່ານສາມາດໃຫ້ຄຳຕິຊົມທີ່ມີຄຸນຄ່າເພື່ອປັບປຸງຂໍ້ຄວາມຕົ້ນສະບັບ. ເພື່ອເຮັດໃຫ້ການກວດສອບຂໍ້ຄວາມຕົ້ນສະບັບງ່າຍຂຶ້ນ, Weblate ຈະສ້າງການແປສຳລັບພາສາຕົ້ນສະບັບໂດຍອັດຕະໂນມັດ ແລະ ສະແດງການກວດສອບລະດັບຕົ້ນສະບັບຢູ່ທີ່ນັ້ນ:

../_images/source-review.webp

ໜຶ່ງໃນການກວດສອບທີ່ໜ້າສົນໃຈທີ່ສຸດທີ່ນີ້ຄື ມີການກວດສອບທີ່ບໍ່ຜ່ານຫຼາຍອັນ - ມັນຈະຖືກ Trigger ເມື່ອໃດກໍຕາມທີ່ມີຄວາມລົ້ມເຫຼວໃນການແປຫຼາຍຄັ້ງຂອງຂໍ້ຄວາມໃດໜຶ່ງ. ປົກກະຕິແລ້ວນີ້ແມ່ນສິ່ງທີ່ຕ້ອງເບິ່ງ, ເພາະມັນເປັນຂໍ້ຄວາມທີ່ນັກແປມີບັນຫາໃນການແປຢ່າງຖືກຕ້ອງ.

ລາຍການລາຍລະອຽດແມ່ນພາບລວມຕໍ່ພາສາ:

../_images/source-review-detail.webp

ການຮັບຄຳຕິຊົມຂໍ້ຄວາມຕົ້ນສະບັບ

ນັກແປສາມາດສະແດງຄວາມຄິດເຫັນໄດ້ທັງຂໍ້ຄວາມການແປ ແລະ ຂໍ້ຄວາມຕົ້ນສະບັບ. ແຕ່ລະ ການຕັ້ງຄ່າ Component ສາມາດຕັ້ງຄ່າເພື່ອຮັບຄຳເຫັນດັ່ງກ່າວໄປຍັງທີ່ຢ่ູอີເມວ (ເບິ່ງ ທີ່ຢູ່ລາຍງານຂໍ້ຜິດພາດຂອງຂໍ້ຄວາມຕົ້ນສະບັບ), ແລະ ການໃຊ້ Mailing list ຂອງນັກພັດທະນາປົກກະຕິແລ້ວເປັນແນວທາງທີ່ດີທີ່ສຸດ. ດ້ວຍວິທີນີ້, ເຈົ້າສາມາດຕິດຕາມເບິ່ງວ່າເມື່ອໃດທີ່ມີບັນຫາເກີດຂຶ້ນໃນການແປ, ຈັດການກັບພວກມັນ, ແລະ ແກ້ໄຂພວກມັນຢ່າງວ່ອງໄວ.