ການນຳໃຊ້ Weblate¶
Weblate ສາມາດຖືກຕິດຕັ້ງໄດ້ຢ່າງງ່າຍດາຍໃນຄລາວຂອງເຈົ້າ. ກະລຸນາຊອກຫາຄຳແນະນຳລະອຽດສຳລັບແພລັດຟອມຂອງເຈົ້າ:
ການນຳໃຊ້ Weblate ໂດຍພາກສ່ວນທີສາມ¶
Note
ການນຳໃຊ້ຕໍ່ໄປນີ້ບໍ່ໄດ້ຖືກພັດທະນາ ຫຼື ສະໜັບສະໜູນໂດຍທີມງານ Weblate. ບາງສ່ວນຂອງການຕັ້ງຄ່າອາດແຕກຕ່າງຈາກສິ່ງທີ່ອະທິບາຍໄວ້ໃນເອກະສານນີ້.
ແພັກເກັດ Weblate Cloudron¶
Cloudron ແມ່ນແພລດຟອມສຳລັບການຕິດຕັ້ງເວັບແອັບພລິເຄຊັນດ້ວຍຕົນເອງ. Weblate ທີ່ຕິດຕັ້ງດ້ວຍ Cloudron ຈະຖືກອັບເດດໂດຍອັດຕະໂນມັດ. ແພັກເກດນີ້ຖືກດູແລໂດຍທີມງານ Cloudron; ເບິ່ງ ເອກະສານແພັກເກດ Weblate.
Weblate ໃນ YunoHost¶
ໂຄງການໂຮສຕິງດ້ວຍຕົນເອງ YunoHost ໃຫ້ແພັກເກັດສຳລັບ Weblate. ເມື່ອເຈົ້າມີການຕິດຕັ້ງ YunoHost ແລ້ວ, ເຈົ້າອາດຈະຕິດຕັ້ງ Weblate ເໝືອນກັບແອັບພລິເຄຊັນອື່ນໆ. ມັນຈະໃຫ້ສະແຕັກທີ່ເຮັດວຽກໄດ້ຢ່າງເຕັມທີ່ກັບການສຳຮອງຂໍ້ມູນ ແລະ ການກູ້ຄືນ, ແຕ່ເຈົ້າຍັງອາດຈະຕ້ອງແກ້ໄຂໄຟລ໌ຕັ້ງຄ່າຂອງເຈົ້າສຳລັບການນຳໃຊ້ສະເພາະ.
ເຈົ້າອາດໃຊ້ອິນເຕີເຟສການບໍລິຫານຂອງເຈົ້າ, ຫຼື ປຸ່ມນີ້ (ມັນຈະນຳເຈົ້າໄປຫາເຊີບເວີຂອງເຈົ້າ):
ມັນຍັງສາມາດໃຊ້ຄຳສັ່ງອິນເຕີເຟສ (command-line interface) ໄດ້:
yunohost app install weblate