ການຕິດຕັ້ງເທິງ SUSE ແລະ openSUSE¶
ຄວາມຕ້ອງການດ້ານຮາດແວ¶
Weblate ຄວນຈະຮັນໄດ້ເທິງຮາດແວສະໄໝໃໝ່ໂດຍບໍ່ມີບັນຫາ, ຕໍ່ໄປນີ້ແມ່ນການຕັ້ງຄ່າຂັ້ນຕ່ຳທີ່ຈຳເປັນເພື່ອຮັນ Weblate ເທິງໂຮສຕ໌ດຽວ (Weblate, ຖານຂໍ້ມູນ ແລະ ເວັບເຊີບເວີ):
RAM 3 GB
2 CPU cores
ພື້ນທີ່ຈັດເກັບຂໍ້ມູນ 1 GB
Note
ຄວາມຕ້ອງການທີ່ແທ້ຈິງສຳລັບການຕິດຕັ້ງ Weblate ຂອງທ່ານຈະແຕກຕ່າງກັນຢ່າງຫຼວງຫຼາຍໂດຍອີງໃສ່ຂະໜາດຂອງການແປທີ່ຈັດການຢູ່ພາຍໃນນັ້ນ.
ການໃຊ້ງານໜ່ວຍຄວາມຈຳ¶
ມີໜ່ວຍຄວາມຈຳຫຼາຍເທົ່າໃດກໍຍິ່ງດີ - ມັນຖືກໃຊ້ສຳລັບການ caching ໃນທຸກລະດັບ (ລະບົບໄຟລ໌, ຖານຂໍ້ມູນ ແລະ Weblate). ສຳລັບສ່ວນປະກອບການແປຫຼາຍຮ້ອຍລາຍການ, ແນະນຳໃຫ້ມີ RAM ຢ່າງໜ້ອຍ 4 GB.
Hint
ສຳລັບລະບົບທີ່ມີໜ່ວຍຄວາມຈຳໜ້ອຍກວ່າທີ່ແນະນຳ, ແນະນຳໃຫ້ໃຊ້ ການຕັ້ງຄ່າ Celery ແບບ Single-process.
ການໃຊ້ງານ CPU¶
ຜູ້ໃຊ້ຫຼາຍຄົນທີ່ໃຊ້ງານພ້ອມກັນຈະເພີ່ມຈຳນວນ CPU cores ທີ່ຈຳເປັນ.
Weblate 2026.8 introduced NumPy as a required dependency. On x86-64 systems, the optimized NumPy build bundled in the Docker image requires an x86-64-v2 compatible CPU. Without the required CPU features, NumPy fails to load and Weblate cannot start.
Before upgrading, check for the required SSE4.2 CPU feature on the Linux system running Docker:
grep sse4_2 /proc/cpuinfo
Empty output indicates that a required CPU feature is unavailable. This is a preliminary check; finding SSE4.2 does not verify all x86-64-v2 CPU features.
If Docker runs in a virtual machine, run the check inside the guest. Virtual machines can hide CPU features supported by the host. Configure the virtual machine to expose the required host CPU features, then reboot the guest. If the physical CPU lacks the required features, upgrade the hardware.
ການໃຊ້ງານພື້ນທີ່ຈັດເກັບຂໍ້ມູນ¶
ການໃຊ້ພື້ນທີ່ຈັດເກັບຖານຂໍ້ມູນໂດຍທົ່ວໄປແມ່ນປະມານ 300 MB ຕໍ່ 1 ລ້ານຄຳທີ່ຝາກໄວ້.
ພື້ນທີ່ຈັດເກັບຂໍ້ມູນທີ່ຈຳເປັນສຳລັບ cloned repositories ຈະແຕກຕ່າງກັນ, ແຕ່ Weblate ພະຍາຍາມຮັກສາຂະໜາດຂອງມັນໃຫ້ໜ້ອຍທີ່ສຸດໂດຍການເຮັດ shallow clones.
Storage performance¶
ການດຳເນີນການຄວບຄຸມເວີຊັນມີການຄົ້ນຫາ metadata ຂອງລະບົບໄຟລ໌ຫຼາຍຄັ້ງ. ດັ່ງນັ້ນ ໂຟນເດີຍ່ອຍ vcs ໃນ DATA_DIR ຈຶ່ງຕ້ອງການຄວາມໜ່ວງໃນການອ່ານ (read latency) ທີ່ຕໍ່າ; ບ່ອນເກັບຂໍ້ມູນທີ່ມີ ການເຂົ້າເຖິງ metadata ຊ້າ ສາມາດເຮັດໃຫ້ການດຳເນີນການ ເຊັ່ນ git status ໃຊ້ເວລາດົນ ເຖິງແມ່ນວ່າຄວາມໄວໃນການຮັບສົ່ງຂໍ້ມູນໂດຍລວມຈະດີກໍຕາມ. ໃຫ້ເກັບ CACHE_DIR ໄວ້ໃນບ່ອນເກັບຂໍ້ມູນ ທ້ອງຖິ່ນ ຫຼື ຊົ່ວຄາວທີ່ມີຄວາມໜ່ວງຕໍ່າຫາກເປັນໄປໄດ້.
ການກວດສອບການຕິດຕັ້ງຈະວັດແທກຄວາມໜ່ວງໃນການຄົ້ນຫາ metadata ສຳລັບທັງສອງຕຳແໜ່ງ ແລະ ແຈ້ງເຕືອນ ເມື່ອຄວາມໜ່ວງສະເລ່ຍເກີນ 10 ມິນລິວິນາທີ. ນີ້ແມ່ນການວັດແທກໂດຍປະມານໃນຊ່ວງເວລາໃດໜຶ່ງ ເຊິ່ງໄດ້ຮັບຜົນກະທົບຈາກລະບົບໄຟລ໌ ແລະ ພາລະຂອງລະບົບ. ໃຫ້ລັນ weblate check --deploy ຄືນໃໝ່ກ່ອນທີ່ຈະປ່ຽນແປງການຕັ້ງຄ່າບ່ອນເກັບຂໍ້ມູນ.
Nodes¶
ສຳລັບເວັບໄຊຂະໜາດນ້ອຍ ແລະ ຂະໜາດກາງ (ຫຼາຍລ້ານຄຳທີ່ຝາກໄວ້), ສ່ວນປະກອບທັງໝົດຂອງ Weblate (ເບິ່ງ ພາບລວມຂອງສະຖາປັດຕະຍະກຳ) ສາມາດຮັນເທິງ node ດຽວໄດ້.
ເມື່ອທ່ານເຕີບໂຕໄປເຖິງຫຼາຍຮ້ອຍລ້ານຄຳທີ່ຝາກໄວ້, ແນະນຳໃຫ້ມີ node ສະເພາະສຳລັບຖານຂໍ້ມູນ (ເບິ່ງ ການຕັ້ງຄ່າຖານຂໍ້ມູນສຳລັບ Weblate).
ການຕິດຕັ້ງ¶
ຄວາມຕ້ອງການຂອງລະບົບ¶
ຕິດຕັ້ງ dependencies ທີ່ຈຳເປັນເພື່ອ build Python modules (ເບິ່ງ ຄວາມຕ້ອງການດ້ານຊອບແວ):
zypper install \
libxslt-devel libxml2-devel freetype-devel libjpeg-devel zlib-devel \
libyaml-devel libffi-devel libacl-devel liblz4-devel libzstd-devel libxxhash-devel \
python3-devel git
ຕິດຕັ້ງທາງເລືອກ dependencies ທີ່ຕ້ອງການໂດຍອີງຕາມຟີເຈີທີ່ທ່ານຕັ້ງໃຈຈະໃຊ້ (ເບິ່ງ Python dependencies):
zypper install libldap2-devel libsasl2-devel
zypper install libxmlsec1-devel
ທາງເລືອກໃນການຕິດຕັ້ງຊອບແວສຳລັບຮັນເຊີບເວີ production, ເບິ່ງ ການແລ່ນເຊີບເວີ, ການຕັ້ງຄ່າຖານຂໍ້ມູນສຳລັບ Weblate, ວຽກງານເບື້ອງຫຼັງໂດຍໃຊ້ Celery. ຂຶ້ນຢູ່ກັບຂະໜາດຂອງການຕິດຕັ້ງຂອງທ່ານ, ທ່ານອາດຕ້ອງການຮັນສ່ວນປະກອບເຫຼົ່ານີ້ເທິງເຊີບເວີສະເພາະ.
ຄຳແນະນຳການຕິດຕັ້ງໃນທ້ອງຖິ່ນ:
# Web server option 1: NGINX and uWSGI
zypper install nginx uwsgi uwsgi-plugin-python3
# Web server option 2: Apache with ``mod_wsgi``
zypper install apache2 apache2-mod_wsgi
# Caching backend: Valkey
zypper install valkey-server
# Database server: PostgreSQL
zypper install postgresql postgresql-contrib
# SMTP server
zypper install postfix
# Gettext tools for gettext POT/PO update add-ons
zypper install gettext
uv package manager¶
Hint
ພວກເຮົາກຳລັງໃຊ້ uv package manager ເພື່ອຕິດຕັ້ງ Weblate.
curl -LsSf https://astral.sh/uv/install.sh | sh
See also
Python modules¶
Hint
ພວກເຮົາກຳລັງຕິດຕັ້ງ Weblate ໃນ Python environment ແຍກຕ່າງຫາກ.
ສ້າງ Python environment ສຳລັບ Weblate:
uv venv ~/weblate-env
ເປີດໃຊ້ Python environment ສຳລັບ Weblate:
. ~/weblate-env/bin/activateຕິດຕັ້ງ Weblate ລວມທັງທາງເລືອກ dependencies ທັງໝົດ:
# Install Weblate with all optional dependencies uv pip install "weblate[all]"
ກະລຸນາກວດສອບ Python dependencies ສຳລັບການປັບແຕ່ງລະອຽດຂອງທາງເລືອກ dependencies.
ການຕັ້ງຄ່າ Weblate¶
Note
ຕໍ່ໄປນີ້ສົມມຸດວ່າ Python environment ທີ່ໃຊ້ໂດຍ Weblate ຖືກເປີດໃຊ້ງານຢູ່ (ໂດຍການປະຕິບັດ . ~/weblate-env/bin/activate). ຖ້າບໍ່ແມ່ນ, ໃຫ້ລະບຸເສັ້ນທາງເຕັມໄປຍັງຄຳສັ່ງ weblate ເປັນ ~/weblate-env/bin/weblate.
ສຳເນົາໄຟລ໌
~/weblate-env/lib/python3.9/site-packages/weblate/settings_example.pyໄປຍັງ~/weblate-env/lib/python3.9/site-packages/weblate/settings.py.ປັບຄ່າໃນໄຟລ໌
settings.pyໃໝ່ ຕາມທີ່ທ່ານຕ້ອງການ. ທ່ານຈະຕ້ອງລະບຸຢ່າງໜ້ອຍຂໍ້ມູນຢັ້ງຢືນຖານຂໍ້ມູນ ແລະ Django secret key, ແຕ່ທ່ານອາດຈະຕ້ອງການການປ່ຽນແປງເພີ່ມເຕີມສຳລັບການຕັ້ງຄ່າ production, ເບິ່ງ ການປັບແຕ່ງການຕັ້ງຄ່າ.ສ້າງຖານຂໍ້ມູນ ແລະ ໂຄງສ້າງສຳລັບ Weblate (ການຕັ້ງຄ່າຕົວຢ່າງໃຊ້ PostgreSQL, ເບິ່ງ ການຕັ້ງຄ່າຖານຂໍ້ມູນສຳລັບ Weblate ສຳລັບການຕັ້ງຄ່າທີ່ພ້ອມສຳລັບ production):
weblate migrateSee also
ສ້າງບັນຊີຜູ້ໃຊ້ຜູ້ບໍລິຫານ
admin, ສ້າງລະຫັດຜ່ານ, ແລະ ຄັດລອກມັນໄວ້ໃນ clipboard; ຈື່ໄວ້ວ່າໃຫ້ບັນທຶກມັນໄວ້ໃຊ້ໃນພາຍຫຼັງ:weblate createadminHint
ຖ້າທ່ານພາດ/ເຮັດລະຫັດຜ່ານ admin ຫາຍໄປກ່ອນໜ້ານີ້, ທ່ານສາມາດສ້າງອັນໃໝ່ໄດ້ດ້ວຍຄຳສັ່ງຕໍ່ໄປນີ້:
weblate createadmin --update
See also
ເກັບກຳໄຟລ໌ static ສຳລັບເວັບເຊີບເວີຂອງທ່ານ (ເບິ່ງ ການແລ່ນເຊີບເວີ ແລະ ການໃຫ້ບໍລິການໄຟລ໌ Static):
weblate collectstaticເລີ່ມຕົ້ນ Celery workers. ສິ່ງນີ້ບໍ່ຈຳເປັນສຳລັບຈຸດປະສົງການພັດທະນາ, ແຕ່ແນະນຳຢ່າງຍິ່ງຖ້າບໍ່ແມ່ນ. ວຽກງານເບື້ອງຫຼັງໂດຍໃຊ້ Celery ມີຂໍ້ມູນເພີ່ມເຕີມ:
celery --app=weblate.utils worker --beat \ --queues=celery,notify,memory,translate,backup \ --prefetch-multiplier=1
ເລີ່ມຕົ້ນເຊີບເວີການພັດທະນາ (ການແລ່ນເຊີບເວີ ມີລາຍລະອຽດການຕັ້ງຄ່າ production):
weblate runserver
ຫຼັງຈາກການຕິດຕັ້ງ¶
ຂໍສະແດງຄວາມຍິນດີ, ເຊີບເວີ Weblate ຂອງທ່ານກຳລັງແລ່ນຢູ່ແລ້ວ ແລະ ທ່ານສາມາດເລີ່ມໃຊ້ງານໄດ້.
ດຽວນີ້ທ່ານສາມາດເຂົ້າເຖິງ Weblate ໄດ້ທີ່
http://localhost:8000/.ເຂົ້າສູ່ລະບົບດ້ວຍ admin credentials ທີ່ໄດ້ໃນລະຫວ່າງການຕິດຕັ້ງ ຫຼື ລົງທະບຽນດ້ວຍຜູ້ໃຊ້ໃໝ່.
ດຽວນີ້ທ່ານສາມາດຮັນຄຳສັ່ງ Weblate ໂດຍໃຊ້ຄຳສັ່ງ weblate ເມື່ອ Weblate Python environment ເປີດໃຊ້ງານຢູ່, ເບິ່ງ ຄຳສັ່ງຈັດການ.
ທ່ານສາມາດຢຸດເຊີບເວີທົດສອບໄດ້ດ້ວຍ Ctrl+C.
ທົບທວນບັນຫາທີ່ອາດເກີດຂຶ້ນກັບການຕິດຕັ້ງຂອງທ່ານບໍ່ວ່າຈະຢູ່ URL
/manage/performance/(ເບິ່ງ ລາຍງານປະສິດທິພາບ) ຫຼື ໂດຍໃຊ້ weblate check --deploy, ເບິ່ງ ການຕັ້ງຄ່າໃນການຜະລິດ (Production).
ການເພີ່ມການແປ¶
ເປີດ admin interface (
http://localhost:8000/create/project/) ແລະ ສ້າງໂປຣເຈັກທີ່ທ່ານຕ້ອງການແປ. ເບິ່ງ ການຕັ້ງຄ່າໂຄງການ ສຳລັບລາຍລະອຽດເພີ່ມເຕີມ.ທັງໝົດທີ່ທ່ານຕ້ອງລະບຸທີ່ນີ້ແມ່ນຊື່ໂປຣເຈັກ ແລະ ເວັບໄຊຂອງມັນ.
ສ້າງ component ເຊິ່ງເປັນວັດຖຸທີ່ແທ້ຈິງສຳລັບການແປ - ມັນຊີ້ໄປຍັງ VCS repository, ແລະ ເລືອກໄຟລ໌ໃດທີ່ຈະແປ. ເບິ່ງ ການຕັ້ງຄ່າ Component ສຳລັບລາຍລະອຽດເພີ່ມເຕີມ.
ຊ່ອງຂໍ້ມູນທີ່ສຳຄັນທີ່ນີ້ແມ່ນ: ຊື່ຄອມໂພເນນ, ຄັງເກັບຊອດໂຄ້ດ, ແລະ ໜ້າກາກໄຟລ໌ ສຳລັບການຄົ້ນຫາໄຟລ໌ທີ່ສາມາດແປໄດ້. Weblate ຮອງຮັບຮູບແບບຫຼາກຫຼາຍລວມທັງ GNU gettext PO (Portable Object), ຊັບພະຍາກອນຂໍ້ຄວາມ Android, ຂໍ້ຄວາມ Apple iOS, Java properties, ຮູບແບບ Stringsdict ຫຼື ຮູບແບບ Fluent, ເບິ່ງ ຮູບແບບໄຟລ໌ການແປພາສາ ສຳລັບລາຍລະອຽດເພີ່ມເຕີມ.
ເມື່ອຂັ້ນຕອນຂ້າງເທິງສຳເລັດ (ມັນອາດເປັນຂະບວນການທີ່ຍາວນານຂຶ້ນຢູ່ກັບຂະໜາດຂອງ VCS repository ຂອງທ່ານ, ແລະ ຈຳນວນຂໍ້ຄວາມທີ່ຈະແປ), ທ່ານສາມາດເລີ່ມການແປໄດ້.