ໜ່ວຍຄວາມຈຳການແປ

Weblate ມາພ້ອມກັບໜ່ວຍຄວາມຈຳການແປໃນຕົວ ເຊິ່ງປະກອບດ້ວຍ:

ເນື້ອຫາໃນໜ່ວຍຄວາມຈຳການແປສາມາດນຳໃຊ້ກັບຂໍ້ຄວາມໄດ້ໃນຫຼາຍວິທີ:

ສຳລັບຄຳແນະນຳການຕິດຕັ້ງ, ເບິ່ງ Weblate Translation Memory, ເຊິ່ງຖືກເປີດໃຊ້ໂດຍເລີ່ມຕົ້ນ.

ຂອບເຂດໜ່ວຍຄວາມຈຳການແປ

ຂອບເຂດໜ່ວຍຄວາມຈຳການແປຮັບປະກັນຄວາມເປັນສ່ວນຕົວສຳລັບໂຄງການ ແລະ ຜູ້ໃຊ້ທີ່ແຕກຕ່າງກັນ. ການແບ່ງປັນຄຳແປຍັງສາມາດໃຊ້ງານໄດ້.

Note

ເມື່ອອັບເກຣດຈາກເວີຊັນ Weblate ເກົ່າ, ລາຍການໜ່ວຍຄວາມຈຳການແປທີ່ມີຢູ່ຈະຖືກປ່ຽນເປັນຂອບເຂດໂດຍວຽກງານ Celery ພື້ນຫຼັງແບບແຍກເວລາ. ຈົນກວ່າການຕື່ມຂໍ້ມູນນີ້ຈະສຳເລັດ, ລາຍການທີ່ມີຢູ້ອາດຈະບໍ່ສາມາດໃຊ້ງານໄດ້ຊົ່ວຄາວໃນມຸມມອງຄຳແນະນຳ ແລະ ການຈັດການໜ່ວຍຄວາມຈຳ. ຮັກສາໃຫ້ Celery ຮັນຢູ່ຫຼັງຈາກການອັບເກຣດເພື່ອໃຫ້ວຽກງານພື້ນຫຼັງສາມາດເລີ່ມຕົ້ນ ຫຼື ສືບຕໍ່ການຍ້າຍຂໍ້ມູນ. ຜູ້ເບິ່ງແຍງລະບົບສາມາດຕິດຕາມການຕື່ມຂໍ້ມູນ ແລະ ການລວມລາຍການທີ່ຊ້ຳກັນໄດ້ໃນ Administration > Performance report.

ໜ່ວຍຄວາມຈຳການແປທີ່ນຳເຂົ້າ

ການນຳເຂົ້າຂໍ້ມູນໜ່ວຍຄວາມຈຳການແປໃດໆໂດຍໃຊ້ຄຳສັ່ງ import_memory ຈະເຮັດໃຫ້ເນື້ອຫາໜ່ວຍຄວາມຈຳສາມາດໃຊ້ໄດ້ກັບຜູ້ໃຊ້ ແລະ ໂຄງການທັງໝົດ.

ໜ່ວຍຄວາມຈຳການແປຕໍ່ຜູ້ໃຊ້

ຈັດເກັບຄຳແປຂອງຜູ້ໃຊ້ທັງໝົດໂດຍອັດຕະໂນມັດໃນໜ່ວຍຄວາມຈຳການແປສ່ວນບຸກຄົນຂອງແຕ່ລະຜູ້ໃຊ້.

ຄ່າເລີ່ມຕົ້ນສຳລັບຜູ້ໃຊ້ໃໝ່ຈະຖືກປັບໂດຍອັດຕະໂນມັດໂດຍອີງໃສ່ການຕັ້ງຄ່າ ລ້າງໜ່ວຍຄວາມຈຳການແປອັດຕະໂນມັດ. ຖ້າເປີດໃຊ້ການລຶບລ້າງອັດຕະໂນມັດ, ສິ່ງນີ້ຈະຖືກປິດໃຊ້ງານໂດຍເລີ່ມຕົ້ນເພື່ອປ້ອງກັນບໍ່ໃຫ້ເກີດການນຳຄຳແປທີ່ບໍ່ສອດຄ້ອງກັນກັບມາໃຊ້ໃໝ່.

ໜ່ວຍຄວາມຈຳການແປຕໍ່ໂຄງການ

ຄຳແປທັງໝົດພາຍໃນໂຄງການຈະຖືກຈັດເກັບໂດຍອັດຕະໂນມັດໃນໜ່ວຍຄວາມຈຳການແປຂອງໂຄງການ ເຊິ່ງສາມາດໃຊ້ໄດ້ສະເພາະໂຄງການນີ້ເທົ່ານັ້ນ.

ລາຍການທີ່ມາຈາກສ່ວນປະກອບທີ່ຖືກຈຳກັດທີ່ມີຢູ່ ຈະມີໃຫ້ສະເພາະຜູ້ໃຊ້ທີ່ສາມາດເຂົ້າເຖິງສ່ວນປະກອບນັ້ນໄດ້ເທົ່ານັ້ນ. ສິ່ງນີ້ຍັງໃຊ້ກັບເມື່ອມີການດາວໂຫລດໜ່ວຍຄວາມຈຳຂອງໂຄງການ ຫຼື ເຂົ້າເຖິງໂດຍໃຊ້ REST API.

ລາຍການແບບເກົ່າທີ່ບໍ່ສາມາດລະບຸໄດ້ວ່າເປັນຂອງສ່ວນປະກອບປັດຈຸບັນໃດ ຈະໃຊ້ກົດລະບຽບການເຂົ້າເຖິງໂຄງການ. ສິ່ງນີ້ສາມາດເກີດຂຶ້ນໄດ້ເມື່ອເສັ້ນທາງຂອງສ່ວນປະກອບມີການປ່ຽນແປງ ຫຼື ສ່ວນປະກອບຖືກລຶບອອກແລ້ວ.

ໜ່ວຍຄວາມຈຳການແປຂອງພື້ນທີ່ເຮັດວຽກ

ໂຄງການໃນພື້ນທີ່ເຮັດວຽກດຽວກັນສາມາດແບ່ງປັນໜ່ວຍຄວາມຈຳການແປໄດ້ໂດຍບໍ່ຕ້ອງເປີດໃຊ້ໜ່ວຍຄວາມຈຳການແປແບບແບ່ງປັນທົ່ວໂລກ. ໜ່ວຍຄວາມຈຳການແປຂອງພື້ນທີ່ເຮັດວຽກຕ້ອງຖືກເປີດໃຊ້ທັງໃນການຕັ້ງຄ່າພື້ນທີ່ເຮັດວຽກ ແລະ ໃນການຕັ້ງຄ່າຂັ້ນຕອນການເຮັດວຽກຂອງແຕ່ລະໂຄງການ.

ລາຍການທີ່ມາຈາກສ່ວນປະກອບທີ່ຖືກຈຳກັດທີ່ມີຢູ່ ຈະມີໃຫ້ສະເພາະຜູ້ໃຊ້ທີ່ສາມາດເຂົ້າເຖິງສ່ວນປະກອບນັ້ນໄດ້ເທົ່ານັ້ນ, ເຖິງແມ່ນວ່າພວກເຂົາຈະສາມາດເຂົ້າເຖິງໂຄງການອື່ນໃນພື້ນທີ່ເຮັດວຽກກໍຕາມ. ລາຍການແບບເກົ່າທີ່ບໍ່ສາມາດລະບຸທີ່ມາໄດ້ ຈະໃຊ້ກົດລະບຽບການເຂົ້າເຖິງພື້ນທີ່ເຮັດວຽກ.

ໜ່ວຍຄວາມຈຳການແປທີ່ໃຊ້ຮ່ວມກັນ

ຄຳແປທັງໝົດພາຍໃນໂຄງການທີ່ມີການເປີດໃຊ້ໜ່ວຍຄວາມຈຳການແປແບບແບ່ງປັນ ຈະຖືກຈັດເກັບໃນໜ່ວຍຄວາມຈຳການແປແບບແບ່ງປັນທີ່ໃຊ້ໄດ້ກັບທຸກໂຄງການ. ການປິດການປະກອບສ່ວນເຂົ້າໃນໜ່ວຍຄວາມຈຳການແປແບບແບ່ງປັນຈະຢຸດການໃຊ້ລາຍການອັດຕະໂນມັດທີ່ປະກອບສ່ວນມາກ່ອນ ເປັນຄຳແນະນຳແບບແບ່ງປັນ.

ສ່ວນປະກອບທີ່ຖືກຈຳກັດຈະບໍ່ສົ່ງລາຍການໃໝ່ໄປຍັງໜ່ວຍຄວາມຈຳການແປທີ່ແບ່ງປັນ. ໃນ Hosted Weblate, ໂຄງການທີ່ມີສ່ວນປະກອບທີ່ຖືກຈຳກັດຈະບໍ່ສາມາດເປີດໃຊ້ໜ່ວຍຄວາມຈຳການແປທີ່ແບ່ງປັນໄດ້, ແລະ ສ່ວນປະກອບຈະບໍ່ສາມາດຖືກຈຳກັດໄດ້ໃນຂະນະທີ່ໂຄງການຂອງມັນໃຊ້ໜ່ວຍຄວາມຈຳການແປທີ່ແບ່ງປັນຢູ່.

ລາຍການແບບເກົ່າທີ່ບໍ່ສາມາດລະບຸທີ່ມາໄດ້ເຊິ່ງຢູ່ໃນໜ່ວຍຄວາມຈຳການແປທີ່ແບ່ງປັນແລ້ວ ຈະໃຊ້ກົດລະບຽບການເຂົ້າເຖິງຂອງໜ່ວຍຄວາມຈຳການແປທີ່ແບ່ງປັນ.

ກະລຸນາພິຈາລະນາຢ່າງລະອຽດວ່າຈະເປີດໃຊ້ຄຸນສົມບັດນີ້ສຳລັບການຕິດຕັ້ງ Weblate ແບບແບ່ງປັນຫຼືບໍ່, ເນື່ອງຈາກມັນອາດມີຜົນກະທົບທີ່ຮຸນແຮງ:

  • ຄຳແປເຫຼົ່ານີ້ສາມາດຖືກໃຊ້ໂດຍໃຜກໍໄດ້.

  • ນີ້ອາດນຳໄປສູ່ການເປີດເຜີຍຂໍ້ມູນລັບ.

  • ຕ້ອງໃຫ້ແນ່ໃຈວ່າຄຳແປທີ່ທ່ານແບ່ງປັນມີຄຸນນະພາບດີ.

ສະຖານະໜ່ວຍຄວາມຈຳການແປ

Added in version 5.13.

ຂໍ້ມູນໃນຄັງຄຳແປສາມາດມີສອງສະຖານະຄື: ກຳລັງໃຊ້ງານ (active) ແລະ ລໍຖ້າ (pending). ຂໍ້ມູນທີ່ລໍຖ້າຈະຖືກລວມເຂົ້າໃນການແນະນຳຄຳແປ ແຕ່ຈະມີການຕັດຄະແນນຄຸນນະພາບ. ອີງຕາມເກນຄະແນນທີ່ຕັ້ງຄ່າໄວ້, ການຕັດຄະແນນອາດເຮັດໃຫ້ຄຳທີ່ກົງກັນທັງໝົດບໍ່ຖືກສະແດງໃນການແນະນຳ ຫຼື ການແປອັດຕະໂນມັດ. ຂໍ້ມູນທີ່ນຳເຂົ້າຈາກໄຟລ໌ຄັງຄຳແປຈະຖືກເກັບເປັນແບບກຳລັງໃຊ້ງານ. ຖ້າເປີດໃຊ້ ລ້າງໜ່ວຍຄວາມຈຳການແປອັດຕະໂນມັດ, ຂໍ້ມູນລໍຖ້າທີ່ກົງກັນຈະຖືກລຶບອອກເມື່ອຄຳແປນັ້ນປ່ຽນເປັນສະຖານະກຳລັງໃຊ້ງານ.

ລ້າງໜ່ວຍຄວາມຈຳການແປອັດຕະໂນມັດ

Added in version 5.13.

ເມື່ອເປີດໃຊ້ສຳລັບໂຄງການ, Weblate ຈະແທນທີ່ລາຍການໜ່ວຍຄວາມຈຳການແປທີ່ສ້າງຂຶ້ນອັດຕະໂນມັດທີ່ເກົ່າກວ່າ ເມື່ອຄຳແປກາຍເປັນສະຖານະໃຊ້ງານ:

  • ເມື່ອເປີດໃຊ້ ເປີດໃຊ້ການກວດສອບ (Reviews), ການລຶບລ້າງຈະເກີດຂຶ້ນເມື່ອຄຳແປຖືກອະນຸມັດ.

  • ຖ້າບໍ່ມີການກວດສອບ, ການລຶບລ້າງຈະເກີດຂຶ້ນທັນທີທີ່ຄຳແປຮອດສະຖານະ 'ແປແລ້ວ'.

ສຳລັບຂໍ້ຄວາມຕົ້ນສະບັບ, ອົງປະກອບ, ບໍລິບົດ, ແລະ ຄູ່ພາສາຕົ້ນສະບັບ/ປາຍທາງດຽວກັນ, Weblate ຈະລຶບລາຍການທີ່ກົງກັນທີ່ບໍ່ແມ່ນໄຟລ໌ອອກຈາກໜ່ວຍຄວາມຈຳການແປ, ລວມທັງລາຍການທີ່ມີຂໍ້ຄວາມປາຍທາງທີ່ແຕກຕ່າງກັນ. ສິ່ງນີ້ມີຜົນໃນທຸກຂອບເຂດໜ່ວຍຄວາມຈຳການແປທັງສ່ວນບຸກຄົນ, ໂຄງການ, ແລະ ແບບແບ່ງປັນ. ຄຳແປປັດຈຸບັນຈະຖືກຈັດເກັບໃໝ່ເປັນລາຍການໃຊ້ງານໃນຂອບເຂດທີ່ເປີດໃຊ້ສຳລັບການປ່ຽນແປງນັ້ນ.

ລາຍການທີ່ນຳເຂົ້າຈາກໄຟລ໌ໜ່ວຍຄວາມຈຳການແປພາຍນອກຈະບໍ່ຖືກລຶບລ້າງອັດຕະໂນມັດ. ລາຍການທີ່ມີບໍລິບົດແຕກຕ່າງກັນຈະຖືກເກັບໄວ້.

ໃນ Docker container ສິ່ງນີ້ສາມາດຕັ້ງຄ່າໄດ້ໂດຍໃຊ້ WEBLATE_DEFAULT_AUTOCLEAN_TM.

Note

ການເປີດໃຊ້ການລຶບລ້າງອັດຕະໂນມັດຍັງປ່ຽນຄ່າເລີ່ມຕົ້ນສຳລັບໂປຣໄຟລ໌ຜູ້ໃຊ້ໃໝ່ ບໍ່ໃຫ້ປະກອບສ່ວນເຂົ້າໃນໜ່ວຍຄວາມຈຳການແປສ່ວນບຸກຄົນ. ສິ່ງນີ້ປ້ອງກັນບໍ່ໃຫ້ເກີດການນຳຄຳແປທີ່ບໍ່ສອດຄ້ອງກັນ ເຊິ່ງຄວນຈະຖືກລຶບລ້າງແລ້ວ ກັບມາໃຊ້ໃໝ່.

ການຈັດການໜ່ວຍຄວາມຈຳການແປ

ອິນເຕີເຟສຜູ້ໃຊ້

ໜ່ວຍຄວາມຈຳການແປສາມາດຈັດການໄດ້ຈາກຫຼາຍບ່ອນໃນ Weblate UI:

  • ເປີດເມນູຜູ້ໃຊ້ ແລະ ເລືອກ Translation memory ເພື່ອຈັດການໜ່ວຍຄວາມຈຳການແປສ່ວນບຸກຄົນຂອງທ່ານ.

  • ເປີດໂຄງການ ແລະ ເລືອກ Translation memory ຈາກເມນູໂຄງການເພື່ອຈັດການໜ່ວຍຄວາມຈຳການແປສຳລັບໂຄງການນັ້ນ.

  • ເປີດ workspace ແລະ ເລືອກ Operations ↓ Translation memory ເພື່ອຈັດການຄັງຄຳແປທີ່ຖືກສ້າງຂຶ້ນໂດຍອັດຕະໂນມັດສຳລັບ workspace ນັ້ນ. ຈຳເປັນຕ້ອງມີສິດແກ້ໄຂ workspace.

  • ເປີດ Administration ແລະ ເລືອກ Translation memory ເພື່ອຈັດການໜ່ວຍຄວາມຈຳການແປທີ່ອັບໂຫຼດໄວ້ສຳລັບທັງລະບົບ Weblate.

ໜ້າໜ່ວຍຄວາມຈຳການແປສະແດງຈຳນວນລາຍການສຳລັບຂອບເຂດທີ່ເລືອກ. ຂຶ້ນຢູ່ກັບຂອບເຂດ, ມັນຍັງສະແດງລາຍການຕາມແຫຼ່ງທີ່ມາ, ອົງປະກອບ, ຫຼື ຄູ່ພາສາ. ລາຍການທີ່ສະແດງສາມາດດາວໂຫຼດເປັນ JSON ຫຼື TMX. ຜູ້ໃຊ້ທີ່ມີສິດທິອະນຸຍາດທີ່ຕ້ອງການສາມາດລຶບລາຍການໄດ້, ແລະ ມຸມມອງໂຄງການສາມາດສ້າງໜ່ວຍຄວາມຈຳການແປຄືນໃໝ່ສຳລັບທັງໂຄງການ ຫຼື ສຳລັບແຕ່ລະອົງປະກອບຈາກຄຳແປປັດຈຸບັນ.

Removing a component preserves its automatically created translation memory by default. This preserves the behavior of Weblate versions which did not track the source component of translation-memory entries, and avoids unexpected data loss when a component is removed or replaced.

Because the component access rule no longer exists after removal, retained entries use the access rules of their remaining translation-memory scope. For a restricted component, this can make retained entries visible to other members of its project or workspace. Select Delete translation memory created from this component in the removal form when the entries should be removed with the component, especially when its restricted content must remain unavailable after removal. Category removal offers the equivalent option for every component in the category and its nested categories.

The deletion option removes attributed entries and legacy entries matching the current component path. It does not infer paths used before a component or category rename or move. Such unmatched entries can be deleted by origin in the project or workspace translation memory management, or using the REST API. The REST API accepts the delete_memory boolean in the request body or query string for component and category removal. Personal and uploaded entries are preserved regardless of this option.

ມຸມມອງໂຄງການຍັງສະແດງໃຫ້ເຫັນວ່າໜ່ວຍຄວາມຈຳການແປແບບແບ່ງປັນ ແລະ ການລຶບລ້າງໜ່ວຍຄວາມຈຳການແປອັດຕະໂນມັດຖືກເປີດໃຊ້ສຳລັບໂຄງການຫຼືບໍ່, ພ້ອມດ້ວຍລິ້ງໄປຍັງການຕັ້ງຄ່າຂັ້ນຕອນການເຮັດວຽກຂອງໂຄງການ ເມື່ອຜູ້ໃຊ້ສາມາດແກ້ໄຂໂຄງການນັ້ນໄດ້.

ສ່ວນສະແດງຜົນພື້ນທີ່ເຮັດວຽກສາມາດສ້າງໂຄງການທັງໝົດທີ່ກຳລັງມີສ່ວນຮ່ວມຄືນໃໝ່ ຫຼື ສ້າງສະເພາະສ່ວນປະກອບ ທີ່ມີສ່ວນຮ່ວມນັ້ນໆ. ມັນຈັດການສະເພາະຂໍ້ມູນອັດຕະໂນມັດໃນຂອບເຂດຂອງພື້ນທີ່ເຮັດວຽກເທົ່ານັ້ນ. ບໍ່ສາມາດອັບໂຫຼດໄຟລ໌ໜ່ວຍຄວາມຈຳການແປ (translation-memory) ເຂົ້າໄປໃນຂອບເຂດພື້ນທີ່ເຮັດວຽກໄດ້.

ໄຟລ໌ຄັງຄຳແປສາມາດນຳເຂົ້າໄດ້ໃນໜ້າດຽວກັນ. ໄຟລ໌ທີ່ອັບໂຫລດຈະຖືກປະມວນຜົນໃນລະຫວ່າງການຮ້ອງຂໍ, ຖືກເກັບເປັນແບບກຳລັງໃຊ້ງານ, ແລະ ເພີ່ມເຂົ້າໃນຂອບເຂດທີ່ເລືອກ:

  • ການອັບໂຫຼດສ່ວນບຸກຄົນຈະມີຢູ່ໃນໜ່ວຍຄວາມຈຳການແປສ່ວນບຸກຄົນຂອງທ່ານ.

  • ການອັບໂຫຼດຂອງໂຄງການຈະມີຢູ່ໃນໜ່ວຍຄວາມຈຳການແປຂອງໂຄງການທີ່ເລືອກ.

  • ການອັບໂຫຼດຂອງຜູ້ເບິ່ງແຍງລະບົບຈະມີຢູ່ໃນຖານະລາຍການແບ່ງປັນທີ່ອັບໂຫຼດໄວ້ສຳລັບທັງລະບົບ Weblate.

Hint

ໜ່ວຍຄວາມຈຳການແປໃນຮູບແບບຕ່າງໆສາມາດນຳເຂົ້າໃນ Weblate. ຮູບແບບ TMX ຖືກຈັດຫາໄວ້ເພື່ອການເຮັດວຽກຮ່ວມກັນກັບເຄື່ອງມືອື່ນ. ຮູບແບບທີ່ຮອງຮັບທັງໝົດແມ່ນ TMX, JSON, XLIFF, PO, ແລະ CSV.

ພາສາຕົ້ນສະບັບ ແລະ ປາຍທາງຕ້ອງຖືກເລືອກເມື່ອອັບໂຫຼດໄຟລ໌ XLIFF, PO, ຫຼື CSV ຖ້າຫາກຂໍ້ມູນພາສາບໍ່ໄດ້ຖືກສະໜອງໂດຍໄຟລ໌ນັ້ນໆ.

../_images/memory.webp

ທ່ານສາມາດຄົ້ນຫາໜ່ວຍຄວາມຈຳການແປໃນຂະນະທີ່ແກ້ໄຂຂໍ້ຄວາມຈາກແຖບ ຄຳແນະນຳອັດຕະໂນມັດ.

ອິນເຕີເຟສຜູ້ເບິ່ງແຍງລະບົບ

ຜູ້ໃຊ້ລະດັບຜູ້ເບິ່ງແຍງລະບົບຈະມີການຄວບຄຸມການຈັດການໜ່ວຍຄວາມຈຳການແປເພີ່ມເຕີມ. ໃນ Administration > Translation memory, ໜ້ານີ້ຈະສະແດງລາຍການແບ່ງປັນທີ່ອັບໂຫຼດໄວ້, ລາຍການແບ່ງປັນ, ແລະ ລາຍການທັງໝົດສຳລັບລະບົບ Weblate. ຂຶ້ນຢູ່ກັບສິດທິອະນຸຍາດ, ມັນສາມາດນຳເຂົ້າໜ່ວຍຄວາມຈຳການແປທີ່ແບ່ງປັນທີ່ອັບໂຫຼດໄວ້, ລຶບລາຍການທີ່ອັບໂຫຼດໄວ້, ແລະ ດາວໂຫຼດລາຍການທີ່ອັບໂຫຼດໄວ້, ລາຍການແບ່ງປັນ, ຫຼື ທຸກລາຍການເປັນ JSON ຫຼື TMX.

Added in version 4.12.

ມຸມມອງຄັງຄຳແປຂອງໂຄງການຍັງອະນຸຍາດໃຫ້ສ້າງຄັງຄຳແປບາງສ່ວນ ຫຼື ທັງໝົດຄືນໃໝ່. ຂໍ້ມູນທີ່ສ້າງຂຶ້ນໂດຍອັດຕະໂນມັດສຳລັບສ່ວນປະກອບ ຫຼື ໂຄງການທີ່ເລືອກຈະຖືກລຶບອອກ, ແລະ ຄັງຄຳແປຈະຖືກຕື່ມຂໍ້ມູນໃໝ່ຈາກຄຳແປປັດຈຸບັນໃນພື້ນຫຼັງ. ສ່ວນຂໍ້ມູນທີ່ນຳເຂົ້າຈາກໄຟລ໌ຈະຖືກຮັກສາໄວ້.

ອິນເຕີເຟດການຈັດການ

ຄຳສັ່ງຈັດການຫຼາຍຢ່າງສາມາດຈັດການກັບເນື້ອຫາໜ່ວຍຄວາມຈຳການແປໄດ້. ພວກມັນຈະດຳເນີນການກັບໜ່ວຍຄວາມຈຳການແປທັງໝົດ, ໂດຍບໍ່ມີການກັ່ນກອງຕາມຂອບເຂດ (ນອກຈາກຈະຮ້ອງຂໍໂດຍພາຣາມິເຕີ):

dump_memory

ສົ່ງອອກໜ່ວຍຄວາມຈຳເປັນ JSON

import_memory

ນຳເຂົ້າໄຟລ໌ TMX ຫຼື JSON ເຂົ້າໃນໜ່ວຍຄວາມຈຳການແປ

cleanup_memory

ລຶບລາຍການທັງໝົດທີ່ມີສະຖານະຄ້າງຄາອອກຈາກໜ່ວຍຄວາມຈຳການແປ

Added in version 4.14.

Weblate API ຄອບຄຸມເຖິງໜ່ວຍຄວາມຈຳການແປ. ນີ້ອະນຸຍາດໃຫ້ມີການຈັດການໂດຍອັດຕະໂນມັດສຳລັບຈຸດປະສົງທີ່ແຕກຕ່າງກັນ, ຫຼື ໂດຍອີງໃສ່ເຫດການໃນຮອບວຽນການແປ.