ການແປໂດຍໃຊ້ Weblate

Thank you for your interest in translating with Weblate! If you are new here, follow Make your first translation for a guided first contribution.

ໂດຍທົ່ວໄປແລ້ວ, ມີສອງຮູບແບບການແປທີ່ຖືກໃຊ້ຫຼາຍທີ່ສຸດ:

  • ໂຄງການທີ່ຍອມຮັບການແປໂດຍກົງ

  • ໂຄງການທີ່ຍອມຮັບຄຳແນະນຳຈາກຜູ້ໃຊ້.

ບາງຄັ້ງ, ຄຳແນະນຳແບບບໍ່ລະບຸຕົວຕົນກໍຖືກຍອມຮັບເຊັ່ນກັນ.

ຍັງມີຂັ້ນຕອນການເຮັດວຽກຂອງການແປເພີ່ມເຕີມໃນ ຂັ້ນຕອນການເຮັດວຽກຂອງການແປ.

ໂຄງການ ຫຼື ສ່ວນປະກອບໃນນັ້ນອາດຈະໃຫ້ທຸກຄົນເຫັນໄດ້ ຫຼື ໃຫ້ເຫັນໄດ້ສະເພາະກຸ່ມຜູ້ແປບາງກຸ່ມເທົ່ານັ້ນ.

ໂຄງການການແປ

ໂຄງການການແປຈະລວມເອົາສ່ວນປະກອບທີ່ກ່ຽວຂ້ອງກັນ; ເຊັ່ນ ຊັບພະຍາກອນສຳລັບຊອບແວ, ປຶ້ມ ຫຼື ໂຄງການດຽວກັນ.

../_images/project-overview.webp

ຄຳແນະນຳ

Note

ສິດການນຳໃຊ້ຕົວຈິງອາດຈະແຕກຕ່າງກັນໄປຕາມການຕັ້ງຄ່າ Weblate ຂອງທ່ານ.

ຜູ້ໃຊ້ທີ່ບໍ່ລະບຸຕົວຕົນ (ໂດຍເລີ່ມຕົ້ນ) ສາມາດສົ່ງໄດ້ພຽງແຕ່ຄຳແນະນຳເທົ່ານັ້ນ. ຜູ້ໃຊ້ທີ່ເຂົ້າສູ່ລະບົບແລ້ວກໍຍັງສາມາດເຮັດໄດ້ ໃນກໍລະນີທີ່ບໍ່ໝັ້ນໃຈໃນການແປ ແລະ ຕ້ອງການໃຫ້ຜູ້ແປຄົນອື່ນຊ່ວຍກວດສອບ. ຜູ້ໃຊ້ທຸກຄົນສາມາດຄັດລອກຄຳແນະນຳທີ່ມີຢູ່ແລ້ວລົງໃນຊ່ອງການແປ ລວມທັງຮູບແບບພຫູພົດ ເພື່ອໃຊ້ເປັນພື້ນຖານສຳລັບຄຳແນະນຳ ຫຼື ການແປໃໝ່.

ຄຳແນະນຳທັງໝົດຈະຖືກກວດສອບທຸກໆມື້ເພື່ອລຶບຄຳທີ່ຊ້ຳກັນ ແລະ ຄຳທີ່ກົງກັບການແປປັດຈຸບັນອອກ.

ຖ້າທ່ານມີສິດ ຍອມຮັບຄຳແນະນຳ, ທ່ານສາມາດຍອມຮັບຄຳແນະນຳທັງໝົດຈາກຜູ້ໃຊ້ສະເພາະໄດ້ໂດຍການຄລິກທີ່ໄອຄອນເຄື່ອງໝາຍຖືກຂ້າງຄຳແນະນຳຂອງເຂົາເຈົ້າ. ສິ່ງນີ້ມີປະໂຫຍດໃນການຈັດການຄຳແນະນຳຈາກຜູ້ປະກອບສ່ວນທີ່ໄວ້ໃຈໄດ້ຢ່າງວ່ອງໄວ. ຄຳແນະນຳທີ່ບໍ່ຜ່ານການກວດສອບຄຸນນະພາບຈະຖືກຂ້າມໄປ ແລະ ລໍຖ້າການກວດສອບດ້ວຍຕົນເອງ.

Bulk acceptance selects suggestions from that user only for the current language in the current component. It does not select suggestions in other languages or components, even within the same project. For example, when translating a component into French, bulk acceptance selects only that user's French suggestions in that component.

ຄວາມຄິດເຫັນ

ທ່ານສາມາດສົ່ງຄຳຄິດເຫັນໄດ້ສາມປະເພດ:

  • ສຳລັບການແປ

  • ສຳລັບຂໍ້ຄວາມຕົ້ນສະບັບ

  • ສຳລັບການລາຍງານຂໍ້ຜິດພາດຂອງຂໍ້ຄວາມຕົ້ນສະບັບ ເມື່ອມີການເປີດໃຊ້ຟີເຈີນີ້ຜ່ານ ເປີດໃຊ້ການກວດສອບຕົ້ນສະບັບ.

ເລືອກປະເພດທີ່ເໝາະສົມກັບຫົວຂໍ້ທີ່ທ່ານຕ້ອງການສົນທະນາ. ຄຳຄິດເຫັນກ່ຽວກັບຂໍ້ຄວາມຕົ້ນສະບັບນັ້ນມີປະໂຫຍດໃນການໃຫ້ຄຳແນະນຳກ່ຽວກັບຂໍ້ຄວາມເດີມ ເຊັ່ນ ມັນຄວນຈະປ່ຽນວິທີການຂຽນໃໝ່ ຫຼື ໃຊ້ເພື່ອຖາມຄຳຖາມກ່ຽວກັບມັນ.

Markdown syntax can be used in all comments, as well as mentioning other users by using @username. Use the Preview tab above the comment field to see how the Markdown and mentions will render before posting. Mention a maintainer or another translator when you need them to see a follow-up question; they can reply in the same Comments tab.

ເພື່ອຄົ້ນຫາຄຳຄິດເຫັນອີກຄັ້ງ, ໃຫ້ເປີດ ໂປຣໄຟລ໌ຜູ້ໃຊ້ ຂອງທ່ານ; ຈຳນວນຄຳຄິດເຫັນຈະເປັນ ລິ້ງໄປຫາກິດຈະກຳຄຳຄິດເຫັນຂອງທ່ານ. ເພື່ອຄົ້ນຫາຂໍ້ຄວາມທີ່ມີຄຳຄິດເຫັນໂດຍຜູ້ໃຊ້ໃດໜຶ່ງ, ໃຫ້ໃຊ້ ການຄົ້ນຫາ. ຕົວຢ່າງ: comment_author:USERNAME ຈະຄົ້ນຫາຂໍ້ຄວາມ ທີ່ມີຄຳຄິດເຫັນໂດຍຜູ້ໃຊ້ນັ້ນ, ແລະ source_comment_author:USERNAME ຈະຄົ້ນຫາຂໍ້ຄວາມ ທີ່ມີຄຳຄິດເຫັນກ່ຽວກັບຂໍ້ຄວາມຕົ້ນສະບັບໂດຍຜູ້ໃຊ້ນັ້ນ. ເມື່ອທ່ານເຂົ້າສູ່ລະບົບແລ້ວ, ເມນູຕົວກັ່ນຕອງການຄົ້ນຫາຈະລວມມີທາງລັດສຳລັບຄຳຄິດເຫັນໂດຍທ່ານ ແລະ ຄຳຄິດເຫັນກ່ຽວກັບຕົ້ນສະບັບໂດຍທ່ານນຳ.

ຮູບແບບຍ່ອຍ

ຮູບແບບທີ່ແຕກຕ່າງ (Variants) ຖືກໃຊ້ເພື່ອຈັດກຸ່ມຂໍ້ຄວາມທີ່ມີຄວາມຍາວຕ່າງກັນ. ສ່ວນສະແດງຜົນ (frontend) ຂອງໂຄງການຂອງທ່ານສາມາດເລືອກໃຊ້ຂໍ້ຄວາມທີ່ແຕກຕ່າງກັນໄດ້ ຂຶ້ນກັບຂະໜາດຂອງໜ້າຈໍ ຫຼື ວິນໂດ.

ປ້າຍກຳກັບ

ປ້າຍກຳກັບຖືກໃຊ້ເພື່ອແບ່ງໝວດໝູ່ຂອງຂໍ້ຄວາມພາຍໃນໂຄງການ ເພື່ອປັບແຕ່ງຂັ້ນຕອນການເຮັດວຽກຂອງການແປ (ຕົວຢ່າງ: ເພື່ອກຳນົດໝວດໝູ່ຂອງຂໍ້ຄວາມ).

Weblate ມີການໃຊ້ປ້າຍກຳກັບດັ່ງຕໍ່ໄປນີ້:

ແປໂດຍອັດຕະໂນມັດ

ຂໍ້ຄວາມທີ່ຖືກແປໂດຍໃຊ້ ການແປອັດຕະໂນມັດ.

ຕົ້ນສະບັບຕ້ອງການການກວດສອບ

ຂໍ້ຄວາມທີ່ຖືກໝາຍວ່າຕ້ອງການການກວດສອບໂດຍໃຊ້ ການກວດສອບຂໍ້ຄວາມຕົ້ນສະບັບ.

ການແປ

ໃນໜ້າການແປ, ຈະມີຂໍ້ຄວາມຕົ້ນສະບັບ ແລະ ພື້ນທີ່ສຳລັບແກ້ໄຂຄຳແປ. ຫາກການແປນັ້ນມີຮູບແບບພຫູພົດ, ຈະມີຂໍ້ຄວາມຕົ້ນສະບັບ ແລະ ພື້ນທີ່ແກ້ໄຂຫຼາຍອັນສະແດງຂຶ້ນ ເຊິ່ງແຕ່ລະອັນຈະມີຄຳອະທິບາຍ ແລະ ປ້າຍກຳກັບຕາມຈຳນວນຮູບແບບພຫູພົດທີ່ພາສານັ້ນໆມີ.

ຕົວອັກສອນຊ່ອງວ່າງພິເສດທັງໝົດຈະຖືກຂີດກ້ອງດ້ວຍສີແດງ ແລະ ສະແດງດ້ວຍສັນຍະລັກສີເຖົ່າ. ຫາກມີຊ່ອງວ່າງຕິດກັນຫຼາຍກວ່າໜຶ່ງອັນ ກໍຈະຖືກຂີດກ້ອງສີແດງເຊັ່ນກັນ ເພື່ອເຕືອນຜູ້ແປກ່ຽວກັບບັນຫາການຈັດຮູບແບບທີ່ອາດຈະເກີດຂຶ້ນ.

ຂໍ້ມູນເພີ່ມເຕີມຕ່າງໆສາມາດສະແດງໄດ້ໃນໜ້ານີ້, ເຊິ່ງສ່ວນໃຫຍ່ແມ່ນມາຈາກໂຄ້ດຕົ້ນສະບັບຂອງໂຄງການ (ເຊັ່ນ ບໍລິບົດ, ຄຳຄິດເຫັນ ຫຼື ບ່ອນທີ່ຂໍ້ຄວາມຖືກນຳໃຊ້). ຟິວການແປສຳລັບພາສາສຳຮອງໃດໆ ທີ່ຜູ້ແປເລືອກໄວ້ໃນການຕັ້ງຄ່າ ຈະຖືກສະແດງ (ເບິ່ງ ພາສາສຳຮອງ) ຢູ່ເທິງຂໍ້ຄວາມຕົ້ນສະບັບ.

ຢູ່ດ້ານລຸ່ມຂອງການແປ, ຜູ້ແປຈະເຫັນຄຳແນະນຳຈາກຄົນອື່ນ ເຊິ່ງສາມາດ ເລືອກຍອມຮັບ (✓), ຍອມຮັບພ້ອມການແກ້ໄຂ (✏️), ຍອມຮັບທັງໝົດສຳລັບຜູ້ໃຊ້ສະເພາະ (👤✓), ຄັດລອກລົງໃນຊ່ອງການແປ (📑) ຫຼື ລຶບອອກ (🗑).

ການແປຂໍ້ຄວາມພິເສດຢ່າງປອດໄພ

ຂໍ້ຄວາມຕົ້ນສະບັບບາງອັນມີຂໍ້ຄວາມທີ່ແອັບພລິເຄຊັນຈະປະມວນຜົນໃນເວລາເຮັດວຽກ. ໃຫ້ແປສະເພາະສ່ວນທີ່ມະນຸດອ່ານໄດ້ ແຕ່ໃຫ້ຮັກສາເຄື່ອງໝາຍທາງເຕັກນິກໄວ້ຄືເກົ່າ ນອກຈາກວ່າຈະມີຄຳແນະນຳຂອງໂຄງການລະບຸໄວ້ເປັນຢ່າງອື່ນ.

ຕົວແທນຂໍ້ຄວາມ (Placeholders) ແລະ ຂໍ້ຄວາມຮູບແບບ (Format strings)

ໃຫ້ຮັກສາຕົວປ່ຽນ ເຊັ່ນ %s, %1$d, %(name)s, {count}, {{ value }}, ຫຼື ເຄື່ອງໝາຍທີ່ຄ້າຍກັນໄວ້ໃນການແປ. Placeholder ທີ່ມີຊື່ຈະອະທິບາຍຄ່າທີ່ຖືກແທນທີ່, ແຕ່ຕົວຊື່ເອງແມ່ນບໍ່ຕ້ອງແປ. ໂດຍທົ່ວໄປແລ້ວ ທ່ານສາມາດຈັດລຽງລຳດັບ placeholder ແບບມີໝາຍເລກ ຫຼື ມີຊື່ຄືນໃໝ່ໄດ້ເພື່ອໃຫ້ເໝາະສົມກັບພາສາປາຍທາງ. ໃຫ້ໃຊ້ທາງລັດການຄັດລອກ placeable ເພື່ອໃສ່ພວກມັນໂດຍບໍ່ຕ້ອງພິມຜິດ.

ມາກອັບ (Markup)

ໃຫ້ຮັກສາແທັກ (tags) HTML ແລະ XML, ຊື່ແທັກ ແລະ ຊື່ຄຸນລັກສະນະ (attribute names) ໄວ້ຄືເກົ່າ. ໃຫ້ແປສະເພາະຂໍ້ຄວາມທີ່ເຫັນລະຫວ່າງແທັກ ແລະ ຄ່າຄຸນລັກສະນະໃດໆທີ່ຕັ້ງໃຈໃຫ້ຜູ້ໃຊ້ອ່ານ.

ໄວຍາກອນໂປຣແກຣມ

ໃຫ້ປະຊື່ຟັງຊັນ, ຄຳສັ່ງ, ຕົວປ່ຽນສະພາບແວດລ້ອມ (environment variables), ຄຳສັ່ງ SQL ແລະ ໄວຍາກອນໂປຣແກຣມອື່ນໆໄວ້ໂດຍບໍ່ຕ້ອງແປ ນອກຈາກວ່າໂຄງການຈະມີການລະບຸຮູບແບບພາສາທ້ອງຖິ່ນໄວ້ຢ່າງຊັດເຈນ.

ເຄື່ອງໝາຍວັກຕອນ ແລະ ຊ່ອງວ່າງ

ໃຫ້ຮັກສາເຄື່ອງໝາຍວັກຕອນ ແລະ ຊ່ອງວ່າງທີ່ມີຜົນຕໍ່ການສະແດງຜົນ ເຊັ່ນ ເຄື່ອງໝາຍຈ້ຳສອງເມັດ (:) ຢູ່ທ້າຍ, ເຄື່ອງໝາຍຈ້ຳສາມເມັດ (...) ຫຼື ຊ່ອງວ່າງທາງໜ້າ ແລະ ທາງຫຼັງ.

ຄີດ່ວນ (Accelerators)

ປ້າຍກຳກັບເມນູອາດຈະມີການກຳນົດຄີດ່ວນໃນຄີບອດດ້ວຍຕົວອັກສອນ ເຊັ່ນ &, _ ຫຼື ~. ເມື່ອຕົ້ນສະບັບມີຄີດ່ວນ, ໃຫ້ຮັກສາໄວ້ໃນຄຳແປນຳ.

ຮູບແບບພຫູພົດ

ໃຫ້ແປແຕ່ລະຊ່ອງພຫູພົດທີ່ Weblate ສະແດງ. ຢ່າລວມຮູບແບບເຂົ້າເປັນອັນດຽວ ເຊັ່ນ file(s) ນອກຈາກວ່າມັນຈະຖືກຕ້ອງຕາມຫຼັກພາສາປາຍທາງ ແລະ ໂຄງການນັ້ນ.

ການກວດສອບຄຸນນະພາບຂອງ Weblate ຈະຊ່ວຍກວດຈັບຂໍ້ຜິດພາດທາງເຕັກນິກໃນ placeholder, ມາກອັບ, ເຄື່ອງໝາຍວັກຕອນ, ຍະຫວ່າງ, ແລະ ຮູບແບບພະຫຸພົດ. ແຕ່ສິ່ງເຫຼົ່ານີ້ບໍ່ສາມາດແທນທີ່ ການຕັດສິນໃຈຂອງຜູ້ແປໄດ້, ດັ່ງນັ້ນໃຫ້ໃຊ້ ບໍລິບົດຂອງການແປ, ຄຳສັບສະເພາະ, ແລະ ຄວາມຄິດເຫັນ ເມື່ອຂໍ້ຄວາມຕົ້ນສະບັບຕ້ອງການຄຳອະທິບາຍເພີ່ມເຕີມ.

Editing source strings and keys

When ຈັດການຂໍ້ຄວາມ is enabled and you have permission to edit source strings, choose Tools → Edit source in the translation editor. You can open this dialog from any language. Changes apply to the source string and its existing translations within the component.

The dialog lets you change the source text, supported key or context, and source explanation. Existing translations, history, comments, labels, and suggestions are retained. Changing source text marks existing translations as needing editing. Changing only the key, context, or explanation preserves their states. Renaming a key may require corresponding changes in your application code.

Changes are written to translation files through the normal pending-change queue and follow the project's commit policy. Keys used by pending edits remain reserved until those edits are written. Weblate rejects collisions rather than merging strings. Reload the editor if another user has changed the source since you opened the dialog.

Source editing supports PO, TBX, plain XLIFF 1.2, XLIFF 2.0, and Apple XLIFF. Key editing supports JSON (plain, nested, ARB, WebExtension, and i18next), YAML, Ruby YAML, TOML, Go-i18n TOML, Java properties, GWT, PHP, DTD, Android, RESX, and simple Fluent messages. These monolingual formats also support source-text editing. PO contexts and TBX keys are editable; composite XLIFF keys are not.

YAML and TOML keys can be renamed within their existing mapping, but cannot be moved between mappings or renamed inside arrays. Editing source text with unsupported inline markup, changing the number of plural forms or terminology alternatives, and editing components with an intermediate language file are not supported.

ພະຫຸພົດ

ຄຳສັບທີ່ປ່ຽນຮູບແບບຕາມຈຳນວນຕົວເລກເອີ້ນວ່າ ພຫູພົດ.

Weblate ຮອງຮັບແຕ່ລະຮູບແບບເຫຼົ່ານີ້ຢ່າງເຕັມສ່ວນໃນແຕ່ລະພາສາ. ແຕ່ລະຈຳນວນທາງໄວຍາກອນ ຈະຖືກແປໃນຟິວແຍກກັນສຳລັບຊຸດຂອງຈຳນວນທີ່ກຳນົດໄວ້ສະເພາະສຳລັບພາສານັ້ນໆ. ຈຳນວນຟິວ ແລະ ວິທີການນຳໃຊ້ໃນແອັບພລິເຄຊັນ ຫຼື ໂຄງການທີ່ແປແລ້ວ ແມ່ນຂຶ້ນກັບສູດພະຫຸພົດ ທີ່ຕັ້ງຄ່າໄວ້. Weblate ຈະສະແດງຂໍ້ມູນເບື້ອງຕົ້ນ ແລະ ທ່ານສາມາດເບິ່ງລາຍລະອຽດເພີ່ມເຕີມໄດ້ທີ່ Language Plural Rules ໂດຍ Unicode Consortium.

../_images/plurals.webp

ຄຳແປທາງເລືອກ

Added in version 4.13.

Note

ປະຈຸບັນຮອງຮັບສະເພາະກັບ ໄຟລ໌ Multivalue CSV ເທົ່ານັ້ນ.

ໃນບາງຮູບແບບໄຟລ໌, ທ່ານສາມາດມີຄຳແປໄດ້ຫຼາຍກວ່າໜຶ່ງອັນສຳລັບຂໍ້ຄວາມດຽວ. ທ່ານສາມາດເພີ່ມຄຳແປທາງເລືອກໄດ້ໂດຍໃຊ້ເມນູ ເຄື່ອງມື.

ທາງລັດຄີບອດ

ຄີລັດຕໍ່ໄປນີ້ສາມາດນຳໃຊ້ໄດ້ໃນລະຫວ່າງການແປ:

ຄີລັດ

ຄຳອະທິບາຍ

?

ເປີດຄີລັດຄີບອດທີ່ມີໃຫ້.

Alt+Home

ໄປຫາຄຳແປທຳອິດໃນການຄົ້ນຫາປັດຈຸບັນ.

Alt+End

ໄປຫາຄຳແປສຸດທ້າຍໃນການຄົ້ນຫາປັດຈຸບັນ.

Alt+PageUp ຫຼື

Ctrl+↑ ຫຼື

Alt+↑ ຫຼື

Cmd+↑

ໄປຫາຄຳແປກ່ອນໜ້າໃນການຄົ້ນຫາປັດຈຸບັນ.

Alt+PageDown ຫຼື

Ctrl+↓ ຫຼື

Alt+↓ ຫຼື

Cmd+↓

ໄປຫາຄຳແປຖັດໄປໃນການຄົ້ນຫາປັດຈຸບັນ.

Ctrl+Enter ຫຼື

Cmd+Enter

ສົ່ງຟອມປັດຈຸບັນ; ຄືກັນກັບການກົດ ບັນທຶກ ແລະ ດຳເນີນການຕໍ່.

Ctrl+Shift+Enter ຫຼື

Cmd+Shift+Enter

ຍົກເລີກການໝາຍຄຳແປວ່າ ຕ້ອງມີການແກ້ໄຂ ແລະ ສົ່ງມັນ.

Ctrl+Alt+Enter or

Cmd+Alt+Enter

Approve the translation and save and continue. Only available to reviewers.

Alt+Enter ຫຼື

Option+Enter

ສົ່ງຂໍ້ຄວາມເປັນຄຳແນະນຳ; ຄືກັນກັບການກົດ ແນະນຳ.

Ctrl+E ຫຼື

Cmd+E

ໂຟກັສໄປທີ່ຕົວແກ້ໄຂຄຳແປ.

Ctrl+U ຫຼື

Cmd+U

ໂຟກັສໄປທີ່ຕົວແກ້ໄຂຄຳຄິດເຫັນ.

Ctrl+M ຫຼື

Cmd+M

ສະແດງແຖບ ຄຳແນະນຳອັດຕະໂນມັດ, ເບິ່ງ ຄຳແນະນຳອັດຕະໂນມັດ.

Ctrl+1 ຫາ Ctrl+9 ຫຼື

Cmd+1 ຫາ Cmd+9

ກັອບປີ້ຕົວແທນຕາມໝາຍເລກທີ່ກຳນົດຈາກຂໍ້ຄວາມຕົ້ນສະບັບ.

Ctrl+M ຕາມດ້ວຍ 1 ຫາ 9 ຫຼື

Cmd+M ຕາມດ້ວຍ 1 ຫາ 9

ກັອບປີ້ຄຳແປໂດຍເຄື່ອງຕາມໝາຍເລກທີ່ກຳນົດ ໄປໃສ່ຄຳແປປັດຈຸບັນ.

Ctrl+I ຕາມດ້ວຍ 1 ຫາ 9 ຫຼື

Cmd+I ຕາມດ້ວຍ 1 ຫາ 9

ລະເລີຍລາຍການໜຶ່ງໃນລາຍຊື່ການກວດສອບທີ່ບໍ່ຜ່ານ.

Ctrl+J ຫຼື

Cmd+J

ສະແດງແຖບ ຂໍ້ຄວາມໃກ້ຄຽງ.

Ctrl+S ຫຼື

Cmd+S

ໂຟກັສໄປທີ່ຊ່ອງຄົ້ນຫາ.

Ctrl+O ຫຼື

Cmd+O

ກັອບປີ້ຂໍ້ຄວາມຕົ້ນສະບັບ.

Ctrl+Y ຫຼື

Cmd+Y

ເປີດ-ປິດ ຊ່ອງໝາຍ ຕ້ອງການການແກ້ໄຂ.

→

ຊອກເບິ່ງຂໍ້ຄວາມແປຖັດໄປ.

←

ຊອກເບິ່ງຂໍ້ຄວາມແປກ່ອນໜ້າ.

ຄີບອດສະແດງຜົນ

ແຖວຄີບອດສະແດງຜົນຂະໜາດນ້ອຍຈະປາກົດຢູ່ເທິງຊ່ອງການແປ.

ສັນຍະລັກທີ່ສະແດງແບ່ງອອກເປັນສາມປະເພດ:

../_images/visual-keyboard.webp

ບໍລິບົດຂອງການແປ

ຄຳອະທິບາຍບໍລິບົດນີ້ໃຫ້ຂໍ້ມູນທີ່ກ່ຽວຂ້ອງກ່ຽວກັບຂໍ້ຄວາມປັດຈຸບັນ.

ຄຸນລັກສະນະຂອງຂໍ້ຄວາມ

ສິ່ງຕ່າງໆ ເຊັ່ນ ໄອດີຂໍ້ຄວາມ, ບໍລິບົດ (msgctxt) ຫຼື ຕຳແໜ່ງໃນຊອດໂຄດ.

ຄຳອະທິບາຍ

ສາມາດໃຫ້ຄຳອະທິບາຍເພີ່ມເຕີມໃນ Weblate ຜ່ານ ຄຳອະທິບາຍ.

ພາບໜ້າຈໍ

Screenshots can be uploaded directly from this panel using Upload screenshot, or linked using Add existing screenshot to show where and how the string is used. Source-language screenshots are shown for every translation of the string, while translation-specific screenshots are shown only for that translation; see ພາບໜ້າຈໍ ແລະ ບໍລິບົດທາງສາຍຕາ.

ຂໍ້ຄວາມໃກ້ຄຽງ

ສະແດງຂໍ້ຄວາມທີ່ຢູ່ໃກ້ກັນຈາກໄຟລ໌ການແປ.

ເຫດການອື່ນໆ

ໃນກໍລະນີທີ່ຂໍ້ຄວາມປະກົດຢູ່ໃນຫຼາຍບ່ອນ (ເຊັ່ນ ຫຼາຍສ່ວນປະກອບ), ແຖບນີ້ຈະສະແດງທັງໝົດ ຫາກພົບວ່າມີຄວາມບໍ່ສອດຄ່ອງກັນ (ເບິ່ງ ບໍ່ສອດຄ່ອງກັນ). ເຈົ້າສາມາດເລືອກໄດ້ວ່າຈະໃຊ້ຂໍ້ຄວາມໃດ.

ຄວາມຈຳການແປ (Translation memory)

ເບິ່ງຂໍ້ຄວາມທີ່ຄ້າຍຄືກັນທີ່ເຄີຍແປໃນອະດີດ, ເບິ່ງ ໜ່ວຍຄວາມຈຳການແປ.

ຄຳສັບສະເພາະ

ສະແດງຄຳສັບຈາກອະພິທານສັບຂອງໂຄງການທີ່ຖືກໃຊ້ໃນຂໍ້ຄວາມປັດຈຸບັນ.

ປະຫວັດ

ລາຍຊື່ຜູ້ທີ່ໄດ້ປ່ຽນແປງຂໍ້ຄວາມນີ້ເມື່ອບໍ່ດົນມານີ້ໂດຍໃຊ້ Weblate.

ໂຄງການ

ຂໍ້ມູນໂຄງການ ເຊັ່ນ ຄຳແນະນຳສຳລັບຜູ້ແປ.

ຖ້າທ່ານຕ້ອງການລິ້ງໂດຍກົງ, ຮູບແບບໄຟລ໌ການແປຕ້ອງຮອງຮັບມັນ.

Adding an existing screenshot

To link a screenshot that has already been uploaded, open the string in the translation editor:

  1. In the Screenshots panel, choose Add existing screenshot.

  2. Browse the thumbnails, or enter a query in Search screenshots and choose Search. Use Previous and Next to browse additional results.

  3. Select a screenshot by clicking its card. The card is highlighted and marked Selected. To select with a keyboard, press Tab to reach the cards, use the arrow keys to move between them, and press Space to select a card.

  4. Choose Add screenshot. The editor reloads on the same string and displays the associated screenshot in the Screenshots panel.

Screenshot picker with a highlighted card marked Selected.

The picker shows screenshots from the current component in the source language or the current translation language. A source-language screenshot is linked to the source string and shown for every translation. A translation-language screenshot is shown only for that language. Screenshots already linked to the string are excluded from the picker.

This action requires the Edit screenshot permission. To upload a new image, use Upload screenshot instead. Use Manage screenshots for the full screenshot management interface.

ປະຫວັດການແປ

ທຸກໆການປ່ຽນແປງຈະຖືກບັນທຶກໄວ້ໃນຖານຂໍ້ມູນໂດຍເລີ່ມຕົ້ນ ແລະ ສາມາດຍ້ອນຄືນໄດ້.

In the changes browser, use Older and Newer to browse history, or Latest to return to the newest matching changes. Jump to date starts with the latest changes on or before the selected date. You can then browse in either direction, keeping your search filters. Use Date range to restrict results to a particular period.

CSV downloads and RSS feeds use the search filters, not your browsing position or jump date. CSV downloads contain up to 2,000 matching changes, and RSS feeds contain the latest 10. Old numbered page links open the latest matching changes.

ຄວາມຍາວຂອງຂໍ້ຄວາມທີ່ແປ

Weblate ສາມາດຈຳກັດຄວາມຍາວຂອງຄຳແປໄດ້ຫຼາຍວິທີເພື່ອຮັບປະກັນວ່າຂໍ້ຄວາມທີ່ແປນັ້ນບໍ່ຍາວເກີນໄປ:

  • ຂີດຈຳກັດເລີ່ມຕົ້ນສຳລັບການແປແມ່ນຍາວບໍ່ເກີນສິບເທົ່າຂອງຂໍ້ຄວາມຕົ້ນສະບັບ. ສິ່ງນີ້ສາມາດປ່ຽນແປງໄດ້ດ້ວຍ LIMIT_TRANSLATION_LENGTH_BY_SOURCE_LENGTH. ຫາກເຈົ້າພົບກັບບັນຫານີ້, ມັນອາດເກີດຈາກການຕັ້ງຄ່າການແປແບບພາສາດຽວ (monolingual) ຜິດເປັນແບບສອງພາສາ (bilingual), ເຮັດໃຫ້ Weblate ເຂົ້າໃຈຜິດວ່າຄີການແປແມ່ນຂໍ້ຄວາມຕົ້ນສະບັບແທ້ໆ. ເບິ່ງ ຮູບແບບ bilingual ແລະ monolingual ສຳລັບຂໍ້ມູນເພີ່ມເຕີມ.

  • ຄວາມຍາວຕົວອັກສອນສູງສຸດທີ່ກຳນົດໂດຍໄຟລ໌ການແປ ຫຼື ແຟລັກ, ຕາມ ຄວາມຍາວສູງສຸດຂອງການແປ.

  • ຂະໜາດການສະແດງຜົນສູງສຸດເປັນພິກເຊວ ຕາມທີ່ກຳນົດໂດຍແຟລັກ; ເບິ່ງ ຂະໜາດສູງສຸດຂອງການແປ.

ຄຳແນະນຳອັດຕະໂນມັດ

ອີງຕາມການຕັ້ງຄ່າ ແລະ ພາສາທີ່ເຈົ້າແປ, Weblate ຈະໃຫ້ຄຳແນະນຳຈາກເຄື່ອງມືການແປດ້ວຍເຄື່ອງຫຼາຍຢ່າງ ແລະ ຈາກ ໜ່ວຍຄວາມຈຳການແປ. ການແປດ້ວຍເຄື່ອງທັງໝົດມີໃຫ້ໃຊ້ໃນແຖບດຽວຂອງແຕ່ລະໜ້າການແປ.

ເຈົ້າຍັງສາມາດຄົ້ນຫາແບບຄຳສອດຄ່ອງ (concordance search) ໃນ ໜ່ວຍຄວາມຈຳການແປ ໄດ້.

See also

ທ່ານສາມາດຊອກຫາລາຍຊື່ເຄື່ອງມືທີ່ຮອງຮັບໄດ້ໃນ ຄຳແນະນຳອັດຕະໂນມັດ.

ການແປອັດຕະໂນມັດ

ເຈົ້າສາມາດໃຊ້ການແປອັດຕະໂນມັດເພື່ອເລີ່ມຕົ້ນການແປໂດຍອີງຕາມແຫຼ່ງຂໍ້ມູນພາຍນອກ. ເຄື່ອງມືນີ້ເອີ້ນວ່າ ການແປອັດຕະໂນມັດ ເຊິ່ງເຂົ້າເຖິງໄດ້ໃນເມນູ ການດຳເນີນການ, ຫຼັງຈາກທີ່ເຈົ້າໄດ້ເລືອກສ່ວນປະກອບ ແລະ ພາສາແລ້ວ:

../_images/automatic-translation.webp

ການເຮັດວຽກທີ່ຄ້າຍຄືກັນ ການແປອັດຕະໂນມັດແບບກຸ່ມ ກໍມີໃຫ້ໃຊ້ເຊັ່ນກັນ.

ມີສອງຮູບແບບການເຮັດວຽກທີ່ເປັນໄປໄດ້:

  • ໃຊ້ສ່ວນປະກອບອື່ນໆຂອງ Weblate ເປັນແຫຼ່ງຂໍ້ມູນສຳລັບການແປ.

  • ໃຊ້ບໍລິການການແປດ້ວຍເຄື່ອງທີ່ເລືອກໄວ້ ທີ່ມີຄຸນນະພາບສູງກວ່າເກນທີ່ກຳນົດ.

When using other components as the source, Weblate first looks for an exact match of both source text and context, including empty context. If none exists, it uses a translation matching only the source text. Context matches take precedence over source component order; component order breaks ties between equally matching candidates.

Weblate applies translations only when plural forms are compatible. If the source component uses different plural rules, pluralized strings are skipped and Weblate shows a warning, while single-form strings are still translated.

ທ່ານຍັງສາມາດເລືອກໄດ້ວ່າຂໍ້ຄວາມໃດທີ່ຈະໃຫ້ແປອັດຕະໂນມັດ.

Warning

ໃຫ້ລະວັງວ່າສິ່ງນີ້ຈະຂຽນທັບຄຳແປທີ່ມີຢູ່ ຖ້າໃຊ້ກັບຕົວກັ່ນຕອງທີ່ກວ້າງ ເຊັ່ນ ຂໍ້ຄວາມທັງໝົດ.

ມີປະໂຫຍດໃນຫຼາຍສະຖານະການ.

ຂໍ້ຄວາມທີ່ແປໂດຍອັດຕະໂນມັດຈະຖືກຕິດປ້າຍກຳກັບວ່າ ແປໂດຍອັດຕະໂນມັດ.

ການຈຳກັດອັດຕາ

ເພື່ອຫຼີກລ່ຽງການໃຊ້ງານທີ່ຜິດປະເພດ, ຈະມີການຈຳກັດອັດຕາການໃຊ້ງານ (rate limiting) ກັບບາງການເຮັດວຽກ.

ການຈຳກັດຄ່າເລີ່ມຕົ້ນ ແລະ ການປັບແຕ່ງມີອະທິບາຍໄວ້ໃນຄູ່ມືການບໍລິຫານ, ເບິ່ງ ການຈຳກັດອັດຕາ.

ຄົ້ນຫາ ແລະ ແທນທີ່

ປ່ຽນແປງຄຳສັບຢ່າງມີປະສິດທິພາບ ຫຼື ແກ້ໄຂຂໍ້ຄວາມຈຳນວນຫຼາຍໂດຍໃຊ້ ຄົ້ນຫາ ແລະ ແທນທີ່ ໃນເມນູ ການດຳເນີນການ.

../_images/search-replace.webp

Hint

ບໍ່ຕ້ອງກັງວົນວ່າມັນຈະເຮັດໃຫ້ຂໍ້ຄວາມເສຍຫາຍ ເພາະມັນເປັນຂັ້ນຕອນສອງຂັ້ນ.

ແກ້ໄຂເປັນຊຸດ

ການແກ້ໄຂແບບກຸ່ມ (Bulk editing) ຊ່ວຍໃຫ້ດຳເນີນການຄັ້ງດຽວກັບຂໍ້ຄວາມຫຼາຍລາຍການ. ໃຫ້ກຳນົດຂໍ້ຄວາມໂດຍການຄົ້ນຫາ ແລະ ເລືອກການດຳເນີນການທີ່ຈະເຮັດກັບຂໍ້ຄວາມທີ່ກົງກັນ. ການດຳເນີນການທີ່ຮອງຮັບ:

Source flag and label operations affect all languages of matching strings. Translation flag operations affect only matching translations and skip source strings. Removing translation flags removes local values; inherited flags remain in effect. To mark matching translations read-only, add read-only under Translation flags to add — matching translations.

Hint

ເຄື່ອງມືນີ້ເອີ້ນວ່າ ແກ້ໄຂແບບກຸ່ມ, ເຂົ້າເຖິງໄດ້ໃນເມນູ ການດຳເນີນການ ຂອງແຕ່ລະໂຄງການ, ສ່ວນປະກອບ ຫຼື ການແປ.

../_images/bulk-edit.webp

ມຸມມອງແບບຕາຕະລາງ (Matrix View)

ເຈົ້າສາມາດປຽບທຽບພາສາຕ່າງໆໄດ້ຢ່າງມີປະສິດທິພາບໂດຍໃຊ້ສ່ວນສະແດງຜົນນີ້. ມັນມີໃຫ້ໃຊ້ໃນທຸກໆໜ້າສ່ວນປະກອບ, ຈາກເມນູ ການດຳເນີນການ. ທຳອິດໃຫ້ເລືອກທຸກພາສາທີ່ເຈົ້າຕ້ອງການປຽບທຽບ, ຢືນຢັນການເລືອກ, ຈາກນັ້ນຄລິກໃສ່ການແປໃດໜຶ່ງເພື່ອເປີດ ແລະ ແກ້ໄຂມັນ.

ມຸມມອງແບບຕາຕະລາງຍັງເປັນຈຸດເລີ່ມຕົ້ນທີ່ດີຫຼາຍໃນການຊອກຫາຄຳແປທີ່ຂາດຫາຍໄປ.

../_images/matrix-view.webp

ໂໝດເຊນ (Zen Mode)

ໂໝດນີ້ຈະເຮັດໃຫ້ການຈັດວາງງ່າຍຂຶ້ນ ແລະ ເອົາສ່ວນປະກອບ UI ເພີ່ມເຕີມອອກ ເຊັ່ນ ຂໍ້ຄວາມໃກ້ຄຽງ ຫຼື ອະພິທານສັບ. ມັນມີໃຫ້ໃຊ້ໂດຍການຄລິກປຸ່ມ Zen ຢູ່ທາງເທິງເບື້ອງຂວາຂອງຕົວແກ້ໄຂປົກກະຕິ (ການແປຂໍ້ຄວາມ).

ເຈົ້າສາມາດເລືອກຕົວແກ້ໄຂ Zen ເປັນຕົວແກ້ໄຂເລີ່ມຕົ້ນໄດ້ ໂດຍໃຊ້ແຖບ ການຕັ້ງຄ່າສ່ວນຕົວ ໃນ ໂປຣໄຟລ໌ຜູ້ໃຊ້ ຂອງເຈົ້າ. ເຈົ້າຍັງສາມາດເລືອກໄດ້ວ່າຈະໃຫ້ສະແດງລາຍການການແປ ແບບ ເທິງລົງລຸ່ມ ຫຼື ຄຽງຂ້າງກັນ, ຂຶ້ນກັບຄວາມມັກສ່ວນຕົວຂອງເຈົ້າ.

../_images/zen-mode.webp