ການດາວໂຫຼດ ແລະ ການອັບໂຫຼດການແປ

ທ່ານສາມາດສົ່ງອອກໄຟລ໌ຈາກການແປ, ທຳການປ່ຽນແປງ, ແລະ ນຳເຂົ້າພວກມັນຄືນໃໝ່. ສິ່ງນີ້ຊ່ວຍໃຫ້ສາມາດເຮັດວຽກແບບອອບລາຍໄດ້, ແລ້ວຈຶ່ງລວມການປ່ຽນແປງຄືນເຂົ້າໃນການແປທີ່ມີຢູ່. ສິ່ງນີ້ເຮັດວຽກໄດ້ ເຖິງແມ່ນວ່າການແປຈະຖືກປ່ຽນແປງໄປແລ້ວໃນລະຫວ່າງນັ້ນກໍຕາມ.

Note

ຕົວເລືອກທີ່ມີຢູ່ອາດຈະຖືກຈຳກັດໂດຍການຕັ້ງຄ່າ access control.

ການດາວໂຫຼດການແປ

ຈາກແຜງຄວບຄຸມໂຄງການ ຫຼື ສ່ວນປະກອບ, ໄຟລ໌ທີ່ສາມາດແປໄດ້ ສາມາດດາວໂຫຼດໄດ້ໃນເມນູ ໄຟລ໌.

ຕົວເລືອກທຳອິດແມ່ນການດາວໂຫຼດໄຟລ໌ໃນຮູບແບບຕົ້ນສະບັບຕາມທີ່ມັນຖືກເກັບໄວ້ໃນບ່ອນເກັບຂໍ້ມູນ. ໃນກໍລະນີນີ້, ທຸກການປ່ຽນແປງທີ່ລໍຖ້າການດຳເນີນການໃນການແປຈະຖືກຄອມມິດ ແລະ ທ່ານຈະໄດ້ໄຟລ໌ທີ່ອັບເດດລ່າສຸດໂດຍບໍ່ມີການປ່ຽນແປງຮູບແບບໃດໆ.

ເຈົ້າຍັງສາມາດດາວໂຫຼດການແປທີ່ຖືກແປງເປັນໜຶ່ງໃນຮູບແບບການແປທີ່ນິຍົມໃຊ້ກັນໄດ້. ໄຟລ໌ທີ່ຖືກແປງຈະຖືກເພີ່ມຂໍ້ມູນທີ່ມີຢູ່ໃນ Weblate ເຊັ່ນ: ບໍລິບົດເພີ່ມເຕີມ, ຄຳຄິດເຫັນ ຫຼື ແຟລັກ.

Note

ການແປງຮູບແບບຈະປ່ຽນວິທີການສະແດງຜົນຂອງໄຟລ໌ການແປ, ແຕ່ບໍ່ໄດ້ແປລະຫວ່າງໄວຍາກອນຂອງຂໍ້ຄວາມ ໃນເວລາລັນ ເຊັ່ນ ICU MessageFormat ແລະ ການກຳນົດຮູບແບບ printf ຂອງ C. ໃຫ້ໃຊ້ເຄື່ອງມືສະເພາະຂອງແອັບພລິເຄຊັນ ເມື່ອແອັບພລິເຄຊັນປາຍທາງຕ້ອງການໄວຍາກອນ placeholder ທີ່ຕ່າງກັນ ຫຼື ຮູບແບບຊັບພະຍາກອນທີ່ຜ່ານການຄອມໄພລ (compiled) ເຊິ່ງ Weblate ບໍ່ມີໃຫ້ບໍລິການ.

ມີຮູບແບບໄຟລ໌ຫຼາຍຢ່າງໃຫ້ເລືອກຜ່ານເມນູ ໄຟລ໌ ↓ ປັບແຕ່ງການດາວໂຫຼດ:

  • gettext PO (po)

  • XLIFF 1.1 ພ້ອມສ່ວນຂະຫຍາຍ gettext (xliff)

  • XLIFF 1.1 (xliff11)

  • TermBase eXchange (tbx)

  • Translation Memory eXchange (tmx)

  • gettext MO (ມີໃຫ້ໃຊ້ສະເພາະເມື່ອການແປໃຊ້ gettext PO ເທົ່ານັ້ນ) (mo)

  • CSV (csv)

  • Excel Open XML (xlsx)

  • JSON (ມີໃຫ້ໃຊ້ສະເພາະສຳລັບການແປແບບພາສາດຽວ) (json)

  • ໄຟລ໌ໂຄງສ້າງ JSON ແບບຊ້ອນກັນ (ມີໃຫ້ໃຊ້ສະເພາະສຳລັບການແປແບບພາສາດຽວ) (json-nested)

  • ຊັບພະຍາກອນຂໍ້ຄວາມ Android (ມີໃຫ້ໃຊ້ສະເພາະສຳລັບການແປແບບພາສາດຽວ) (aresource)

  • ຂໍ້ຄວາມ iOS (ມີໃຫ້ໃຊ້ສະເພາະສຳລັບການແປແບບພາສາດຽວ) (strings)

Hint

ເນື້ອໃນທີ່ມີຢູ່ໃນໄຟລ໌ທີ່ຖືກປ່ຽນແລ້ວຈະແຕກຕ່າງກັນໄປຕາມຄຸນສົມບັດຂອງຮູບແບບໄຟລ໌, ທ່ານສາມາດເບິ່ງພາບລວມໄດ້ໃນ ຄວາມສາມາດຂອງປະເພດການແປ.

../_images/file-download.webp

ການດາວໂຫຼດສ່ວນປະກອບ, ໝວດໝູ່ ຫຼື ໂຄງການ

ໄຟລ໌ການແປສຳລັບສ່ວນປະກອບ, ໝວດໝູ່ ຫຼື ໂຄງການ ສາມາດດາວໂຫຼດໄດ້ພ້ອມກັນທັງໝົດ ຜ່ານເມນູ ໄຟລ໌. ການດາວໂຫຼດຈະຖືກສົ່ງໃຫ້ເປັນໄຟລ໌ ZIP ເສີມ, ແລະ ທ່ານສາມາດເລືອກຮູບແບບຕົ້ນສະບັບ ຫຼື ຮູບແບບທີ່ຖືກປ່ຽນແລ້ວໄດ້ເຊັ່ນດຽວກັບໃນ ການດາວໂຫຼດການແປ.

ການອັບໂຫຼດການແປ

ເມື່ອທ່ານທຳການປ່ຽນແປງແລ້ວ, ໃຫ້ໃຊ້ ອັບໂຫຼດການແປ ໃນເມນູ ໄຟລ໌.

../_images/file-upload.webp

ຮູບແບບໄຟລ໌ທີ່ຮອງຮັບ

ໄຟລ໌ໃດກໍຕາມໃນຮູບແບບທີ່ຮອງຮັບສາມາດອັບໂຫຼດໄດ້, ແຕ່ຍັງຄົງແນະນຳໃຫ້ໃຊ້ຮູບແບບໄຟລ໌ດຽວກັນ ກັບທີ່ໃຊ້ໃນການແປ, ຖ້າບໍ່ດັ່ງນັ້ນ ຄຸນສົມບັດບາງຢ່າງອາດຈະບໍ່ຖືກແປຢ່າງຖືກຕ້ອງ.

Language checking

Weblate checks language metadata declared in uploaded files when the format provides it, including PO, XLIFF, Qt Linguist, and ARB files. Uploads declaring a different language are rejected. Known language aliases and variants sharing a base language are accepted, for example Portuguese and Brazilian Portuguese. Files without recognized language metadata can still be uploaded. Weblate does not infer the language from the filename or translated text.

Select Ignore language mismatch to upload a file despite a language mismatch. This does not bypass other upload checks or permissions. When updating source strings, Weblate checks the declared source language instead of the target language.

ວິທີການນຳເຂົ້າ

ນີ້ແມ່ນຕົວເລືອກຕ່າງໆທີ່ຈະສະແດງຂຶ້ນເມື່ອອັບໂຫຼດໄຟລ໌ການແປ:

../_images/file-import-methods.webp
ເພີ່ມເປັນການແປ (translate)

ຂໍ້ຄວາມທີ່ນຳເຂົ້າຈະຖືກເພີ່ມເປັນຄຳແປໃຫ້ກັບຂໍ້ຄວາມທີ່ມີຢູ່ແລ້ວ. ນີ້ແມ່ນກໍລະນີການໃຊ້ງານທົ່ວໄປທີ່ສຸດ ແລະ ເປັນຄ່າເລີ່ມຕົ້ນ.

ມີພຽງແຕ່ການແປເທົ່ານັ້ນທີ່ຈະຖືກໃຊ້ຈາກໄຟລ໌ທີ່ອັບໂຫຼດ ແລະ ບໍ່ມີເນື້ອຫາເພີ່ມເຕີມອື່ນໆ.

ຕົວເລືອກນີ້ມີໃຫ້ໃຊ້ສະເພາະເມື່ອຜູ້ໃຊ້ມີ "ສິດໃນການແກ້ໄຂຂໍ້ຄວາມ".

ເພີ່ມເປັນຄຳແນະນຳ (suggest)

ຂໍ້ຄວາມທີ່ນຳເຂົ້າຈະຖືກເພີ່ມເປັນຄຳແນະນຳ. ໃຫ້ໃຊ້ວິທີນີ້ເມື່ອທ່ານຕ້ອງການໃຫ້ຄຳແປທີ່ອັບໂຫຼດຖືກກວດສອບກ່ອນ.

ມີພຽງແຕ່ການແປເທົ່ານັ້ນທີ່ຈະຖືກໃຊ້ຈາກໄຟລ໌ທີ່ອັບໂຫຼດ ແລະ ບໍ່ມີເນື້ອຫາເພີ່ມເຕີມອື່ນໆ.

ຕົວເລືອກນີ້ມີໃຫ້ໃຊ້ສະເພາະເມື່ອຜູ້ໃຊ້ມີ "ສິດໃນການເພີ່ມຄຳແນະນຳ".

ເພີ່ມເປັນການແປທີ່ອະນຸມັດແລ້ວ (approve)

ຂໍ້ຄວາມທີ່ນຳເຂົ້າຈະຖືກເພີ່ມເປັນຄຳແປທີ່ໄດ້ຮັບການອະນຸມັດແລ້ວ. ໃຫ້ໃຊ້ວິທີນີ້ເມື່ອທ່ານໄດ້ກວດສອບຄຳແປແລ້ວກ່ອນທີ່ຈະອັບໂຫຼດ.

ມີພຽງແຕ່ການແປເທົ່ານັ້ນທີ່ຈະຖືກໃຊ້ຈາກໄຟລ໌ທີ່ອັບໂຫຼດ ແລະ ບໍ່ມີເນື້ອຫາເພີ່ມເຕີມອື່ນໆ.

ຕົວເລືອກນີ້ມີໃຫ້ໃຊ້ສະເພາະເມື່ອຜູ້ໃຊ້ມີ "ສິດໃນການກວດສອບຂໍ້ຄວາມ".

ເພີ່ມເປັນການແປທີ່ຕ້ອງໄດ້ແກ້ໄຂ (fuzzy)

ຂໍ້ຄວາມທີ່ນຳເຂົ້າຈະຖືກເພີ່ມເປັນຄຳແປທີ່ຕ້ອງການການແກ້ໄຂ. ວິທີນີ້ມີປະໂຫຍດເມື່ອທ່ານຕ້ອງການໃຫ້ຄຳແປຖືກນຳໄປໃຊ້ ແຕ່ກໍຍັງຕ້ອງການໃຫ້ມີການກວດສອບຄືນ.

ມີພຽງແຕ່ການແປເທົ່ານັ້ນທີ່ຈະຖືກໃຊ້ຈາກໄຟລ໌ທີ່ອັບໂຫຼດ ແລະ ບໍ່ມີເນື້ອຫາເພີ່ມເຕີມອື່ນໆ.

ຕົວເລືອກນີ້ມີໃຫ້ໃຊ້ສະເພາະເມື່ອຜູ້ໃຊ້ມີ "ສິດໃນການແກ້ໄຂຂໍ້ຄວາມ".

ປ່ຽນແທນໄຟລ໌ການແປທີ່ມີຢູ່ (replace)

ໄຟລ໌ທີ່ມີຢູ່ຈະຖືກແທນທີ່ດ້ວຍເນື້ອຫາໃໝ່. ອັນນີ້ອາດຈະເຮັດໃຫ້ຄຳແປທີ່ມີຢູ່ສູນຫາຍ, ກະລຸນາໃຊ້ດ້ວຍຄວາມລະມັດລະວັງ.

ຕົວເລືອກນີ້ມີໃຫ້ໃຊ້ສະເພາະເມື່ອຜູ້ໃຊ້ມີ "ສິດໃນການແກ້ໄຂການຕັ້ງຄ່າສ່ວນປະກອບ" ຫຼື ສິດ "ເພີ່ມຂໍ້ຄວາມໃໝ່", "ລຶບຂໍ້ຄວາມອອກ" ແລະ "ແກ້ໄຂຂໍ້ຄວາມ".

ອັບເດດຂໍ້ຄວາມຕົ້ນສະບັບ (source)

ອັບເດດຂໍ້ຄວາມຕົ້ນສະບັບໃນໄຟລ໌ການແປແບບສອງພາສາ. ສິ່ງນີ້ຄ້າຍຄືກັນກັບສິ່ງທີ່ ອັບເດດໄຟລ໌ PO ໃຫ້ກົງກັບ POT (msgmerge) ເຮັດ.

ຕົວເລືອກນີ້ມີໃຫ້ໃຊ້ສະເພາະບາງຮູບແບບໄຟລ໌ ແລະ ເມື່ອຜູ້ໃຊ້ມີ "ສິດໃນການອັບໂຫຼດການແປ" ເທົ່ານັ້ນ.

ເພີ່ມຂໍ້ຄວາມໃໝ່ (add)

ເພີ່ມຂໍ້ຄວາມໃໝ່ເຂົ້າໃນການແປ. ໂດຍຈະຂ້າມຂໍ້ຄວາມທີ່ມີຢູ່ແລ້ວ.

ໃນກໍລະນີທີ່ທ່ານຕ້ອງການທັງເພີ່ມຂໍ້ຄວາມໃໝ່ ແລະ ອັບເດດການແປທີ່ມີຢູ່, ໃຫ້ອັບໂຫຼດໄຟລ໌ເປັນເທື່ອທີສອງດ້ວຍຕົວເລືອກ ເພີ່ມເປັນການແປ.

ມີພຽງແຕ່ຕົ້ນສະບັບ, ການແປ ແລະ ຄີ (ບໍລິບົດ) ເທົ່ານັ້ນທີ່ຈະຖືກໃຊ້ຈາກໄຟລ໌ທີ່ອັບໂຫຼດ.

ຕົວເລືອກນີ້ມີໃຫ້ໃຊ້ສະເພາະເມື່ອ ຈັດການຂໍ້ຄວາມ ຖືກເປີດໃຊ້ ແລະ ເມື່ອຜູ້ໃຊ້ມີ "ສິດໃນການເພີ່ມຂໍ້ຄວາມໃໝ່" ເທົ່ານັ້ນ.

ການຈັດການຂໍ້ຂັດແຍ່ງ

ກຳນົດວິທີການຈັດການກັບຂໍ້ຄວາມທີ່ອັບໂຫຼດເຊິ່ງຖືກແປໄວ້ແລ້ວ:

ປ່ຽນແປງສະເພາະຂໍ້ຄວາມທີ່ຍັງບໍ່ທັນແປ (ignore)

ລະເລີຍການແປທີ່ອັບໂຫຼດມາຫາກຂໍ້ຄວາມນັ້ນຖືກແປໄວ້ແລ້ວ.

ປ່ຽນແປງຂໍ້ຄວາມທີ່ແປແລ້ວ (replace-translated)

ປ່ຽນແທນການແປທີ່ມີຢູ່ດ້ວຍອັນທີ່ອັບໂຫຼດມາ, ແຕ່ໃຫ້ຄົງອັນທີ່ອະນຸມັດແລ້ວໄວ້.

ປ່ຽນແປງຂໍ້ຄວາມທີ່ແປແລ້ວ ແລະ ອະນຸມັດແລ້ວ (replace-approved)

ປ່ຽນແທນການແປທີ່ມີຢູ່ດ້ວຍອັນທີ່ອັບໂຫຼດມາ, ລວມທັງອັນທີ່ອະນຸມັດແລ້ວ.

ຂໍ້ຄວາມທີ່ຕ້ອງໄດ້ແກ້ໄຂ

ນອກຈາກນີ້ຍັງມີຕົວເລືອກສຳລັບການຈັດການຂໍ້ຄວາມທີ່ຕ້ອງໄດ້ແກ້ໄຂໃນໄຟລ໌ທີ່ນຳເຂົ້າ. ຂໍ້ຄວາມດັ່ງກ່າວສາມາດຈັດການໄດ້ໃນໜຶ່ງໃນສາມວິທີຄື: "ບໍ່ຕ້ອງນຳເຂົ້າ", "ນຳເຂົ້າເປັນຂໍ້ຄວາມທີ່ຕ້ອງໄດ້ແກ້ໄຂ", ຫຼື "ນຳເຂົ້າເປັນການແປແລ້ວ".

ການຂຽນທັບຄວາມເປັນຜູ້ຂຽນ

ດ້ວຍສິດຜູ້ດູແລລະບົບ, ທ່ານຍັງສາມາດລະບຸຄວາມເປັນຜູ້ຂຽນຂອງໄຟລ໌ທີ່ອັບໂຫຼດໄດ້. ສິ່ງນີ້ມີປະໂຫຍດໃນກໍລະນີທີ່ທ່ານໄດ້ຮັບໄຟລ໌ມາດ້ວຍວິທີອື່ນ ແລະ ຕ້ອງການ ລວມມັນເຂົ້າໃນການແປທີ່ມີຢູ່ ໂດຍໃຫ້ເຄຣດິດແກ່ຜູ້ຂຽນຕົວຈິງຢ່າງຖືກຕ້ອງ.