ສັນຍາອະນຸຍາດ (License) ຂອງ Weblate¶
ຂໍ້ມູນສັນຍາອະນຸຍາດທີ່ເຄື່ອງອ່ານໄດ້¶
Weblate ມາພ້ອມກັບຂໍ້ກຳນົດສັນຍາອະນຸຍາດທີ່ສອດຄ່ອງກັບ REUSE 3.3 ໃນ Source code.
ເພື່ອທົບທວນສັນຍາອະນຸຍາດຂອງ dependencies ຂອງ Weblate, ກະລຸນາເບິ່ງ Software Bill of Material.
ເງື່ອນໄຂສັນຍາອະນຸຍາດ¶
ລິຂະສິດ © Michal Čihař michal@weblate.org
ໂຄງການນີ້ເປັນຊອບແວເສລີ: ທ່ານສາມາດແຈກຢາຍຕໍ່ ແລະ/ຫຼື ດັດແກ້ໄດ້ພາຍໃຕ້ເງື່ອນໄຂຂອງ GNU General Public License ທີ່ປະກາດໂດຍ Free Software Foundation, ບໍ່ວ່າຈະເປັນເວີຊັນ 3 ຂອງສັນຍາອະນຸຍາດ, ຫຼື (ຕາມທາງເລືອກຂອງທ່ານ) ເວີຊັນໃດໆທີ່ໃໝ່ກວ່ານັ້ນ.
ໂຄງການນີ້ຖືກແຈກຢາຍດ້ວຍຄວາມຫວັງວ່າມັນຈະມີປະໂຫຍດ, ແຕ່ປາສະຈາກການຮັບປະກັນໃດໆ; ເຖິງແມ່ນຈະບໍ່ມີການຮັບປະກັນໂດຍນັຍ (implied warranty) ກ່ຽວກັບການຄ້າ ຫຼື ຄວາມເໝາະສົມສຳລັບຈຸດປະສົງໃດໜຶ່ງກໍຕາມ. ເບິ່ງ GNU General Public License ສຳລັບລາຍລະອຽດເພີ່ມເຕີມ.
ທ່ານຄວນຈະໄດ້ຮັບສຳເນົາຂອງ GNU General Public License ພ້ອມກັບໂຄງການນີ້. ຖ້າບໍ່ໄດ້ຮັບ, ໃຫ້ເບິ່ງທີ່ <https://www.gnu.org/licenses/>.
ສັນຍາອະນຸຍາດຂອງໂມດູນ Weblate¶
ໂມດູນບາງອັນຂອງ Weblate ໃຊ້ສັນຍາອະນຸຍາດ MIT ຫຼື ISC. ກະລຸນາກວດສອບ Repository ທີ່ກ່ຽວຂ້ອງສຳລັບສັນຍາອະນຸຍາດທີ່ແທ້ຈິງ.