ກ່ຽວກັບ Weblate

ເປົ້າໝາຍໂຄງການ

ເຄື່ອງມືການແປພາສາແບບຕໍ່ເນື່ອງເທິງເວັບ ພ້ອມກັບ ການເຊື່ອມຕໍ່ກັບລະບົບຄວບຄຸມເວີຊັນ ທີ່ແໜ້ນໜາ ຮອງຮັບ file formats ທີ່ຫຼາກຫຼາຍ ເຮັດໃຫ້ຜູ້ແປສາມາດປະກອບສ່ວນໄດ້ງ່າຍ.

ຊື່ໂຄງການ

"Weblate" ເປັນຄຳປະສົມລະຫວ່າງ "web" ແລະ "translate".

ເວັບໄຊຂອງໂຄງການ

ໜ້າຫຼັກຄື https://weblate.org ແລະ ມີບໍລິການຄລາວທີ່ https://hosted.weblate.org. ເອກະສານສາມາດອ່ານໄດ້ທີ່ https://docs.weblate.org.

ໂລໂກ້ໂຄງການ

ໂລໂກ້ໂຄງການ ແລະ ກຣາຟິກອື່ນໆ ມີຢູ່ທີ່ https://github.com/WeblateOrg/graphics.

ຜູ້ນຳ

ໂຄງການນີ້ຖືກດູແລໂດຍ Michal Čihař, ເຊິ່ງສາມາດຕິດຕໍ່ໄດ້ທີ່ michal@weblate.org.

ຜູ້ຂຽນ

Weblate ຖືກເລີ່ມຕົ້ນໂດຍ Michal Čihař. ນັບຕັ້ງແຕ່ເລີ່ມຕົ້ນໃນປີ 2012, ມີຄົນນັບພັນຄົນໄດ້ປະກອບສ່ວນ.